- Details
-
Category: ຂ່າວສານ
-
Published: Friday, 02 April 2021 03:11
-
Written by Super User
-
Hits: 15931
ໃນອາທິດທີ່ຜ່ານມາພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ປື້ມ ບົດໂຄງການຈົບຊັ້ນ,ບົດວິທະຍານິພົນ ແລະ ໄດ້ຮັບປື້ມກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ 2019 ເຊີງມີລາຍລະອຽດລຸ່ມນີ້ :
ທ່ານ ປທ ສົມມະນີ ວົງຄໍາພາ ຮອງຫົວໜ້າພາກວິຊາລັດຖະສາດ ໄດ້ມອບປື້ມກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ 2019 ເຂົ້າຫໍສະໝຸດ ຈໍາ ນວນ 45 ເຫລັ້ມ ຮັບເອົາປື້ມດັ່ງກ່າວ ແມ່ນທ່ານ ເຂິງຄໍາ ສີຫາລາດ ຫົວໜ້າພະແນກຫໍສະໝຸດ ພ້ອມດ້ວຍ ທ່ານ ປທ ສີເມືອງ ສີວົງດາວ ຮອງຫົວໜ້າພະແນກຫໍສະໝຸດໃນການຮັບເອົາປື້ມກົດໝາຍວ່າດ້ວຍທີ່ດິນ.

ທ່ານ ປອ ບຸນຍະເດດ ດາວປະສິດ ຮອງຫົວໜ້າພາກວິຊາກົດໝາຍແພ່ງ ໄດ້ມອບບົດໂຄງການຈົບຊັ້ນຂອງພາກວິຊາ ຈໍານວນ 7 ເຫລັ້ມ ເຂົ້າຫໍສະໝຸດ, ຮັບເອົາປື້ມດັ່ງກ່າວ ແມ່ນ ທ່ານ ປທ ສີເມືອງ ສີວົງດາວ ຮອງຫົວໜ້າພະແນກຫໍສະໝຸດ.

ທ່ານ ປທ ສຸບິນ ແສງສະຫວ່າງ ຮອງຫົວໜ້າພະແນກການສຶກສາຫລັງປະລິນຍາຕີ ໄດ້ມອບບົດວິທະຍານິພົນຈໍານວນ 23 ເຫລັ້ມ ເຂົ້າຫໍສະໝຸດ,ຮັບເອົາປື້ມດັ່ງກ່າວ ແມ່ນ ທ່ານ ປທ ສີເມືອງ ສີວົງດາວ ຮອງຫົວໜ້າພະແນກຫໍສະໝຸດ ແລະ ມີບັນດາ ຮອງຫົວໜ້າພະແນກຫໍສະໝຸດ,ພະນັກງານຫໍສະໝຸດເຂົ້າຮ່ວມດ້ວຍ.

- Details
-
Category: ຂ່າວສານ
-
Published: Friday, 27 December 2019 04:02
-
Written by Super User
-
Hits: 20867

ຕ່ອນບ່າຍວັນທີ 26 ທັນວາ ປີ 2019 ພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ຕ້ອນຮັບຄູອາຈານ ແລະ ນັກສຶກສາ ຈາກ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງທີ່ມາທັດສະນະສຶກສາທີ່ ຫໍສະໝຸດ ຄະນະນິຕິສາດ ແລະ ,ໃນການຕ້ອນຮັບຄັ້ງນີ້ ໂດຍ ທ່ານ ປທ ພອນໄຊ ປະພັດສະລາງ ຫົວໜ້າພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ,ທ່ານ ປຕ ວັນເຄນ ພົມມະໄຂ ຮອງຫົວໜ້າພະແນກຫໍສະໝຸດ ພ້ອມ ດ້ວຍພະນັກງານພະແນກຫໍສະໝຸດທຸກທ່ານ,ຈຳນວນຜູ້ເຂົ້າຮ່ວມທັດສະນະຄັ້ງນີ້ 52 ທ່ານ