• ຫໍສະໝຸດຈະນຳໃຊ້ QR Code ເຂົ້າໃນວຽກງານຫໍສະໝຸດ

  • ຖ້ານປື້ມຕຳລາ ແລະ ເອກະສານ

  • ຖ້ານປື້ມຕຳລາ ແລະ ເອກະສານ

  • ນັກສຶກສາກຳລັງຄົ້ນຄ້ວາບົດຮຽນ

  • ຖ້ານຂໍ້ມູນຊອກຫາປື້ມຕຳລາ

  • ຄົ້ນຫາຂໍ້ມູນຈາກຄອມພິວເຕີ

  • ນັກສຶກສາກຳລັງຄົ້ນຄ້ວາບົດຮຽນ

  • ຫໍສະໝຸດ ຄນລ ຍິນດີຕອນຮັບ

Copyright 2024 - @ຫໍສະໝຸດ,ໜ່ວຍງານໄອທີ ຄນລ

ຖານຂໍ້ມູນບົດຈົບຊັ້ນເອເລັກໂທຣນິກ

ວັນ-ເວລາໃຫ້ບໍລິການ

ຄົ້ນຫາປື້ມ ແລະ ເອກະສານ

ພະແນກຫໍສະໝຸດຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ໄປແລກປ່ຽນຖອດຖອນບົດຮຽນກັບຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ຫົວຂໍ້ ກົດລະບຽບບໍລິຫານຄຸ້ມຄອງວຽກງານຫໍສະໝຸດ

ໃນວັນທີ 21 ພະຈິກ 2023 ພະແນກຫໍສະໝຸດຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ໄປແລກປ່ຽນຖອດຖອນບົດຮຽນວຽກງານຫໍສະໝຸດກັບຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ເພື່ອກຽມຄວາມພ້ອມຈັດກອງປະຊຸມຮ່າງລະບຽບບໍລິຫານຄຸ້ມຄອງຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ, ໃນການໄປແລກປ່ຽນຄັ້ງນີ້ນຳພາໂດຍ ທ່ານ ອຈ ເຂີງຄໍາ ສີຫາລາດ ຫົວໜ້າພະແນກຫໍສະໝຸດ ,ຮອງຫົວໜ້າພະແນກຫໍສະໝຸດ ພ້ອມດ້ວຍພະນັກງານວິຊາການຫໍສະໝຸດ ແລະ ພະນັກງານເຂົ້າຮ່ວມ,ໃຫ້ກຽດຕ້ອນຮັບໂດຍທ່ານ ອຈ ນາງ ສີພາ ພົງສະຫັວດ ຜູ້ອຳນວຍການຫໍສະໝຸດກາງ ພ້ອມດ້ວຍ ຄະນະ

          ໃນກອງປະຊຸມແລກປ່ຽນບົດຮຽນຄັ້ງນີ້ຍັງໄດ້ຮັບຟັງການລາຍງານວຽກງານຫໍສະໝຸດ ແລະ ການນຳສະເໜີ ກົດລະບຽບຄຸ້ມຄອງຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ໂດຍ ທ່ານ ຮອງອຳນວຍການຫໍສະໝຸດກາງ ໃນກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນເຊີ່ງກັນແລະກັນ ດ້ວຍຄວາມອົບອຸ່ນ ມິດຕະພາບ,ຄວາມສາມັກຄີ ເປັນກັນເອງ ເຊີ່ງໃນກອງປະຊຸມໄດ້ຕົກລົງຮ່ວມມືກັນວຽກງານວິຊາການ ດັ່ງນີ້ : ວຽກງານຝືກອົບຮົມວິເຄາະເລກໝວດໝູ່ປື້ມ,ການນຳໃຊ້ AI ເຂົ້າໃນການເຜີຍແຜ່ຂ່າວສານປະຊາສຳພັນວຽກງານຫໍສະໝຸດ, ການພັດທະນາໂປຣແກຮມບໍລິຫານຈັດການວຽກງານຫໍສະໝຸດເວີຊັນໃໝ່ (7) ,ວຽກງານຝຶກອົບຮົມພື້ນຖານໂຄງລ່າງຫໍສະໝຸດ,ວຽກງານການແລກປ່ຽນບົດຕ່າງປະເທດ,ວຽກງານການພັດທະນາ PMB, Space, Union Catalog ,ການບໍລິການຢືມສົ່ງອອນລາຍ

          ໃນກອງປະຊຸມແລກປ່ຽນຖອດຖອນບົດຮຽນຄັ້ງນີ້ຕ້ອງຂໍຂອບໃຈມາຍັງການສະໜັບສະໜູນຈາກໂຄງການລາວ/037.

ຮູບພາບບັນຍາກາດ

ພະແນກຫໍສະໝຸດໄດ້ຈັດຝຶກອົບຮົມວຽກງານວິຊາການປະຈໍາປີ 2022

ໃນລະຫວ່າງວັນທີ 27-29  ກໍລະກົດ 2022 ນີ້ ພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມຝຶກອົບຮົມວຽກງານວິຊາການຫໍສະໝຸດປະຈໍາປີ 2022 ຫົວຂໍ້: “ການເສີມທັກສະວິທີການຄຸ້ມຄອງປື້ມ ແລະ ວາລະສານແບບດັ່ງເດີມ ແລະ ດີຈີຕ໌ອລ ເພື່ອບໍລິການໃນຍຸກເຕັກໂນໂລຊີ” ; ກອງປະຊຸມດັ່ງກ່າວໄດ້ຈັດຂື້ນທີ່ໂຮງແຮມທະວີສຸກ, ເມືອງວັງວຽງ, ແຂວງວຽງຈັນ, ໂດຍເປັນປະທານຂອງທ່ານ ອຈ.ປອ ສົມເດດ ແກ້ວວົງສັກ ຮອງຄະນະບໍດີ , ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ,ພະນັກງານຫໍສະໝຸດ ພ້ອມດ້ວຍບັນດາຄູອາຈານ  ຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ,ສະຖາບັນຍຸຕິທຳແຫ່ງຊາດ ,ມະຫາວິທະຍາໄລຈໍາປາສັກເຂົ້າຮ່ວມ.

 

       ການຈັດກອງປະຊຸມຝຶກອົບຮົມຄັ້ງນີ້ ມີທັງທິດສະດີ ແລະ ປະຕິບັດຕົວຈິງ ເພື່ອເຮັດໃຫ້ພະນັກງານຫໍສະໝຸດ ທັງສາມພາກສ່ວນໄດ້ເຂົ້າໃຈ ເລີກເຊີ່ງໃນການວິເຄາະໝວດໝູ່ປື້ມ,ທິດສະດີການຄຸ້ມຄອງ ປົກປັກຮັກສາ ຊັບພະຍາກອນ (ວາລະສານ/ໜັງສືພີມ),ວິທີການເຮັດບັນນານຸກົມ ແລະ ດັດສະນີວາລະສານ,ການຂຽນລາຍງານບັນນານຸກົມວາລະສານ,ວິທີການກຳນົດລະຫັດ ເພື່ອກຽມລົງລາຍການວາລະສານ ,ວິທີວິເຄາະບົດຄວາມວາລະສານ ເພື່ອກຽມລົງລາຍການດັດສະນີ,ໃນພາກປະຕິບັດຕົວຈິງ ໄດ້ລົງລາຍການວາລະສານໃນຖານຂໍ້ມູນ PMB, ໃຫ້ບັນລະຍາຍໃນຄັ້ງນີ້ ໂດຍ ທ່ານ ອຈ. ປທ ສີພາ ພົງສະຫັວດ ຮອງຫົວໜ້າຜູ້ອໍານວຍການຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ,ທ່ານ ອຈ. ປຕ ທອງວັນ ປັນຍາທອງ, ທ່ານ ອຈ. ປຕ ວຽງໄຊ ວົງໄຊ .

 

ໃນໂອກາດກອງປະຊຸມດັ່ງກ່າວ, ທ່ານ ອຈ.ປອ ສົມເດດ ແກ້ວວົງສັກ ຮອງຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ເຊີ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຝຶກອົບຮົມຄັ້ງນີ້, ພະນັກງານຫໍສະໝຸດຕ້ອງໄດ້ມີການພັດທະນາຕົນເອງຢ່າງຕໍ່ເນື່ອງ ແລະ ເປັນວຽກງານໜື່ງທີ່ໜັກ ທ່ານໄດ້ຮຽກຮ້ອງໃຫ້ ການນໍາຫໍສະໝຸດກາງໃຫ້ເອົາໃຈໃສ່, ອາດຈະພັກດັນ ມະຫາວິທະຍາໄລແຫ່ງຊາດຕື່ມ ເພາະຖ້າເພີ່ນໄດ້ພົບໄດ້ເຫັນວ່າ  ວຽກງານຫໍສະໝຸດ ສິ່ງທີ່ເຮົາເຮັດມີຄວາມລໍາບາກສຳໃດກ່ອນຈະໄດ້ປື້ມຫົວໜື່ງບໍລິການໃຫ້ແກ່ສັງຄົມ ຂະບວນການກ່ອນຈະໄປເຖີງຈຸດນັ້ນຂ້າພະເຈົ້າຄິດວ່າແຕ່ລະທ່ານເຮັດວຽກດ້ວຍຄວາມພະຍາຍາມທີ່ສຸດ.

 

ໂອກາດດັ່ງກ່າວ ທ່ານ ໄດ້ຂອບໃຈໂຄງການລາວ031ທີ່ໄດ້ອໍານວຍຄວາມສະດວກສະໜອງງົບປະມານໃນການຈັດກອງປະຊຸມຝຶກອົບຮົມຄັ້ງນີ້, ຂໍຂອບໃຈທີມງານຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ທີ່ໄດ້ມາຖ່າຍທອດຄວາມຮູ້ໃຫ້ສາມພາກສ່ວນຂອງພວກເຮົາ, ທ້າຍນີ້ຂ້າພະເຈົ້າຕ່າງໜ້າທ່ານຄະນະບໍດີ ຂ້າພະເຈົ້າຂໍອວຍພອນມາຍັງບັນດາທ່ານ ນັກວິທະຍາກອນ,ສໍາມະນາກອນທຸກທ່ານທີ່ເຂົ້າຮ່ວມກອງປະຊຸມຂອງພວກເຮົາມີແຕ່ຄວາມຜາສຸກ ສ່ວນຕົວ ແລະ ຄອບຄົວ,ຈະເລີນກ້າວໜ້າໃນໜ້າທີ່ການງານ,ອອຍພອນໃຫ້ບັນດາທ່ານເດີນທາງກັບບ້ານດ້ວຍຄວາມສະບັດດີພາບ.

ພະແນກຫໍສະໝຸດ (ຄນລ,ມຊ) ໄດ້ຕອນຮັບ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ)

ໃນຕອນເຊົ້າຂອງວັນທີ 29 ມີຖຸນາ 2022 ຫໍສະໝຸດ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ (ສມປຊ) ໄດ້ມາຢ້ຽມຢາມ ແລະ ທັດສະນະສຶກສາ ແລກປ່ຽນບົດຮຽນວຽກງານຫໍສະໝຸດ ທີ່ຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ນໍາພາໂດຍຄະນະສູນຂໍ້ມູນຂ່າວສານພ້ອມດ້ວຍພະນັກງານ,ຄູອາຈານຈໍານວນ 9 ທ່ານ ໂດຍການຕອນຮັບຂອງທ່ານ ປທ. ນ. ສີເມືອງ ສີວົງດາວ ຮອງຫົວໜ້າພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ (ຄນລ,ມຊ)ພ້ອມດ້ວຍພະນັກງານພາຍໃນຫໍສະໝຸດເຂົ້າຕອນຮັບຄັ້ງນີ້ ແລະ ທັງສອງພາກສ່ວນໄດ້ມີການນຳສະເໜີກ່ຽວກັບປະຫວັດຄວາມເປັນມາ,ການເຄື່ອນໄຫວວຽກງານຫໍສະໝຸດຂອງຕົນໃຫ້ກັນຊາບ.

          ຈຸດປະສົງການມາຢ້ຽມຢາມ, ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້:ເພື່ອຖອດຖອນບົດຮຽນບາງວຽກງານດັ່ງນີ້: ການຄຸ້ມຄອງ ແລະ ນໍາໃຊ້ໂປຣແກຣມ Dspace, ການເກັບຮັກສາຟາຍບົດປ້ອງກັນຈົບຊັ້ນ ແລະ ການໃຫ້ບໍລິການ, ການຄຸ້ມຄອງ ແລະ ພັດທະນາເວັບໄຊຂອງຫໍສະໝຸດຄະນະນິຕິສາດ ແລະ ລັດຖະສາດ, ວິທີການສົ່ງເສີມການອ່ານຂອງຫໍສະໝຸດຄະນະນິຕິສາດ ແລະ ລັດຖະສາດ.

ພີທີມອບ-ຮັບປື້ມຕໍາລາຮຽນກົດໝາຍ

ໃນຕອນບ່າຍ ວັນທີ 09 ທັນວາ 2021 ນີ້, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຊາດລາວ ແລະ ລຸກຊໍາບວກ, ຈັດສັ່ງຊື້ໂດຍ: ມະຫາວິທະຍາໄລລຸກຊໍາບວກ ໄດ້ມອບປື້ມຕໍາລາກ່ຽວກັບກົດໝາຍໃຫ້ແກ່ຄະນະນິຕິສາດ ແລະລັດຖະສາດ ມະຫາວິທະຍາໄລແຫ່ງຊາດ,ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ ຫໍສະໝຸດຄະນະນິຕິສາດ ແລະລັດຖະສາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະລັດຖະສາດກ່າວມອບໂດຍ Dr. Perrine ຜູ້ຊ້ຽວຊານໂຄງການລາວ/031 ແລະ ກ່າວຮັບໂດຍ ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ,ມີບັນດາ ຮອງຄະນະບໍດີ, ຫົວໜ້າພາກວິຊາ,ຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກຫໍສະໝຸດ ພ້ອມດ້ວຍພະນັກງານຫໍສະໝຸດເຂົ້າຮ່ວມຢ່າງພ້ອມພຽງ.

 ປຶ້ມທີ່ນໍາມາມອບໃຫ້ແກ່ຄະນະນິຕິສາດ ແລະລັດຖະສາດຄັ້ງນີ້ ປະກອບມີ: ປື້ມຕໍາລາຮຽນພາສາອັງກິດ ແລະ ພາສາໄທຈໍານວນທັງໝົດ 391 ຫົວ, ເຊິ່ງປື້ມດັ່ງກ່າວແມ່ນເກັບມ້ຽນໄວ້ທີ່ຫໍສະໝຸດຄະນະນິຕິສາດ ແລະລັດຖະສາດ ເພື່ອເປັນການອໍານວຍຄວາມສະດວກໃຫ້ ພະນັກງານ, ຄູ-ອາຈານ, ນັກສຶກສາ ແລະຜູ້ສົນໃຈສາມາດຄົ້ນຄວ້າຮໍ່າຮຽນ.

 

Subcategories

f t g m

ລາຍຊື່ ພະນັກງານ ພະແນກຫໍສະໝຸດ

ສະຖິຕິຜູ້ເຂົ້າມາໃຊ້ບໍລິການຫໍສະໝຸດ