Copyright 2024 - @ຫໍສະໝຸດ,ໜ່ວຍງານໄອທີ ຄນລ

ພະແນກຫໍສະໝຸດໄດ້ຮັບ ບົດໂຄງການຈົບຊັ້ນ,ບົດວິທະຍານິພົນ ແລະ ປື້ມກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ

ໃນອາທິດທີ່ຜ່ານມາພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ປື້ມ ບົດໂຄງການຈົບຊັ້ນ,ບົດວິທະຍານິພົນ ແລະ ໄດ້ຮັບປື້ມກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ 2019 ເຊີງມີລາຍລະອຽດລຸ່ມນີ້ :

ທ່ານ ປທ ສົມມະນີ ວົງຄໍາພາ ຮອງຫົວໜ້າພາກວິຊາລັດຖະສາດ ໄດ້ມອບປື້ມກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ 2019 ເຂົ້າຫໍສະໝຸດ ຈໍາ ນວນ 45 ເຫລັ້ມ ຮັບເອົາປື້ມດັ່ງກ່າວ ແມ່ນທ່ານ ເຂິງຄໍາ ສີຫາລາດ ຫົວໜ້າພະແນກຫໍສະໝຸດ ພ້ອມດ້ວຍ ທ່ານ ປທ ສີເມືອງ ສີວົງດາວ ຮອງຫົວໜ້າພະແນກຫໍສະໝຸດໃນການຮັບເອົາປື້ມກົດໝາຍວ່າດ້ວຍທີ່ດິນ.

ທ່ານ ປອ ບຸນຍະເດດ ດາວປະສິດ ຮອງຫົວໜ້າພາກວິຊາກົດໝາຍແພ່ງ ໄດ້ມອບບົດໂຄງການຈົບຊັ້ນຂອງພາກວິຊາ ຈໍານວນ 7 ເຫລັ້ມ ເຂົ້າຫໍສະໝຸດ, ຮັບເອົາປື້ມດັ່ງກ່າວ ແມ່ນ ທ່ານ ປທ ສີເມືອງ ສີວົງດາວ ຮອງຫົວໜ້າພະແນກຫໍສະໝຸດ.

ທ່ານ ປທ ສຸບິນ ແສງສະຫວ່າງ ຮອງຫົວໜ້າພະແນກການສຶກສາຫລັງປະລິນຍາຕີ ໄດ້ມອບບົດວິທະຍານິພົນຈໍານວນ 23 ເຫລັ້ມ ເຂົ້າຫໍສະໝຸດ,ຮັບເອົາປື້ມດັ່ງກ່າວ ແມ່ນ ທ່ານ ປທ ສີເມືອງ ສີວົງດາວ ຮອງຫົວໜ້າພະແນກຫໍສະໝຸດ ແລະ ມີບັນດາ ຮອງຫົວໜ້າພະແນກຫໍສະໝຸດ,ພະນັກງານຫໍສະໝຸດເຂົ້າຮ່ວມດ້ວຍ.

 

ພະແນກຫໍສະໝຸດ ຄນລ ຕ້ອນຮັບ ນັກສຶກສາທີ່ມາທັດສະນະສຶກສາ

ຕ່ອນບ່າຍວັນທີ 26  ທັນວາ ປີ 2019 ພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ຕ້ອນຮັບຄູອາຈານ ແລະ ນັກສຶກສາ ຈາກ  ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງທີ່ມາທັດສະນະສຶກສາທີ່ ຫໍສະໝຸດ ຄະນະນິຕິສາດ ແລະ ,ໃນການຕ້ອນຮັບຄັ້ງນີ້  ໂດຍ ທ່ານ ປທ ພອນໄຊ ປະພັດສະລາງ ຫົວໜ້າພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ,ທ່ານ ປຕ ວັນເຄນ ພົມມະໄຂ ຮອງຫົວໜ້າພະແນກຫໍສະໝຸດ ພ້ອມ ດ້ວຍພະນັກງານພະແນກຫໍສະໝຸດທຸກທ່ານ,ຈຳນວນຜູ້ເຂົ້າຮ່ວມທັດສະນະຄັ້ງນີ້ 52 ທ່ານ


 

ກອງປະຊຸມປຶກສາຫາລືກ່ຽວກັບທິດທາງການພັດທະນາລະບົບຖານຂໍ້ມູນ ແລະ ບົບຫໍສະໝຸດທີ່ທັນສະໄໝ

ວັນທີ1-3 ເດືອນ ຕຸລາ ປີ 2019 ພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບທິດທາງການພັດທະນາລະບົບຖານຂໍ້ມູນ ແລະ ບົບຫໍສະໝຸດທີ່ທັນສະໄໝ,ກອງປະຊຸມດັ່ງກ່າວໄດ້ຈັດຂື້ນທີ່ ບ້ານພັກຄູນຊັບ ທ່າລາດ, ແຂວງວຽງຈັນ ໂດຍການເປັນປະທ່ານຂອງ ທ່ານ ຮສ ບຸນທ່ຽງ ພົມມະຈັນ ຮອງຄະນະບໍດີ ຊີ້ນຳຝ່າຍວິຊາການ ແລະ ວຽກງານຫໍສະໝຸດ,ໃນກອງປະຊຸມຄັ້ງນີ້ໄດ້ປຶກສາຫາລືກ່ຽວກັບລະບົບຖານຂໍ້ມູນການລົງທະບຽນລະຫວ່າງ ບໍລິສັດລາວໄອທີ ພັດທະນາ ຈຳກັດ ກັບ ນັກວິຊາການພະແນກວິຊາການ ມະຫາວິທະຍາໄລແຫ່ງຊາດ ແລະ ພະແນກວິຊາການ ຄນລ ,ນອກຈາກນີ້ ພະນັກງານພະແນກຫໍສະໝຸດ ຄລນ ຍັງໄດ້ຮັບຟັງການບັນລະຍາຍຫົວຂໍ້ກ່ຽວກັບ ສະເໜີແຜນຍຸດທະສາດການພັດທະນາຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ບັນລະຍາຍໂດຍທ່ານ ສົມພອນ ບຸນມີ ວ່າການຜູ້ອຳນວຍການ ຫໍສະໝຸດກາງ ມຊ ແລະ ຫົວຂໍ້ ການຮຽນຮູ້ຂໍ້ມູນຂ່າວສານ ບັນລະຍາຍໂດຍ ທ່ານ ນາງ ສີພາ ພົງສະຫວັດ ຮອງຜູ້ອຳນວຍການ ຫໍສະໝຸດກາງ ມຊ ,ຫົວຂໍ້ ການສ້າງຄວາມເຂົ້າໃຈກ່ຽວກັບຫໍສະໝຸດທັນສະໄໝ ( E-library ) ບັນລະຍາຍໂດຍ ທ່ານ ນາງ ສີສະຫວັນ ລິນສະຫວັດ ຮອງຜູ້ອຳນວຍຫໍສະໝຸດກາງ ມຊ , ຈຸດປະສົງກອງປະຊຸມຄັ້ງນີ້ : ເພື່ອສຶກສາລະບົບລົງທະບຽນ,ການຄຸ້ມຄອງຖານຂໍ້ມູນຄະແນນ ຄຸ້ມຄອງນັກສຶກສາ ມຊ,ຈຸດປະສົງທີສອງ ເພື່ອຮັບຮູ້ແຜນຍຸດທະສາດການພັດທະນາຫໍສະໝຸດກາງ ມຊ, ຈຸດປະສົງທີສາມ ເພື່ອຮັບຮູ້ ແລະ ນໍາໃຊ້ແຫລ່ງຂໍ້ມູນຂ່າວສານທີ່ຫລາກຫລາຍ,ຈຸດປະສົງທີ່ສີ່ ເພື່ອສ້າງຄວາມເຂົ້າໃຈໃຫ້ເປັນເອກະພາບກ່ຽວກັບຄວາມຮັບຮູ້ເລື່ອງຫໍສະໝຸດທັນສະໄໝ (E-library ) ,ຈຸດປະສົງທີຫ້າ ເພື່ອກະກຽມຄວາມພ້ອມດ້ານບຸກຄະລາກອນ,ຊັບພະຍາກອນ ແລະ ອຸປະກອນຮັບໃຊ້ຕ່າງໆໃນການສ້າງຫໍສະໝຸດທັນສະໄໝ (E-library ) ຜ່ານການຝຶກອົບຮົມຄັ້ງນີ້ໄດ້ເຮັດໃຫ້ພະນັກງານຫໍສະໝຸດ ຄນລ ມີຄວາມເຂົ້າໃຈຫລາຍຂື້ນ ແລະ ພ້ອມແລ້ວທີ່ຈະນຳເອົາຄວາມຮູ້ດັ່ງກ່າວໄປພັດທະນາຫໍສະໝຸດຂອງຕົນໃຫ້ທັນສະໄໝຂື້ນເທື່ອລະກ້າວ. ກອງປະຊຸມໄດ້ປິດລົງດ້ວຍຄວາມຈົບງາມ


 

ປທ ສົມສັກ ຫົງວິຈິດ ໄດ້ມອບປຶ້ມອາຊຽນເຂົ້າຫໍສະຫມຸດ

ວັນທີ20 /11 / 2019, ປທ ສົມສັກ ຫົງວິຈິດ ໄດ້ມອບປຶ້ມອາຊຽນເຂົ້າຫໍສະຫມຸດ ຈໍານວນ 15 ຫົວ ຮັບເອົາປື້ມດັ່ງກ່າວແມ່ນ ທ່ານ ພອນໄຊ ປະພັດສະລາງ ຫົວໜ້າພະແນກຫໍສະໝຸດ, ທ່ານ ວັນເຄນ ພົມມະໄຂ ຮອງຫົວໜ້າພະແນກຫໍສະໝຸດ


 

ພາກວິຊາລັດຖະສາດໄດ້ມອບປື້ມບົດໂຄງການຈົບຊັ້ນໃຫ້ພະແນກຫໍສະຫມຸດ

ໃນຕອນເຊົ້າຂອງວັນທີ 09/09/ 2019 ທີ່ຜ່ານມາ,ພາກວິຊາລັດຖະສາດເຊີ່ງເປັນພາກວິຊາສາຂາໜື່ງຂອງຄະນະນິຕິສາດ ແລະ ລັດຖະສາດໄດ້ມອບປື້ມບົດໂຄງການຈົບຊັ້ນຈຳນວນ41ຫົວຂອງພາກວິຊາໃຫ້ພະແນກຫໍສະໝຸດ,ເຊີ່ງການມອບຄັ້ງນີ້ຕ່າງໜ້າພາກວິຊາ ແມ່ນ ປທ ນ ວິໄລ ລັງກາວົງ ຫົວຫນ້າພາກວິຊາລັດຖະສາດ,ປທ ບຸນມີ ລາດສະມີໄຊ ຣອງຫົວຫນ້າພາກວິຊາລັດຖະສາດ ແລະ ຝ່າຍຮັບແມ່ນ ປທ ພອນໄຊ ປະພັດສະລາງ,ເຊີ່ງເປັນຫົວໜ້າພະແນກຫໍສະໝຸດ ພ້ອມດ້ວຍພະນັກງານ ເຊີ່ງເປັນພັນທະຂອງແຕ່ລະພາກວິຊາ ແລະ ເພື່ອເປັນແຫລ່ງຂໍ້ມູນໃຫ້ນັກສຶກສາ,ສາມາດມາຄົ້ນຄ້ວາໄດ້.


 

Subcategories

ພະແນກຫໍສະໝຸດຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ໄປແລກປ່ຽນຖອດຖອນບົດຮຽນກັບຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ຫົວຂໍ້ ກົດລະບຽບບໍລິຫານຄຸ້ມຄອງວຽກງານຫໍສະໝຸດ

ໃນວັນທີ 21 ພະຈິກ 2023 ພະແນກຫໍສະໝຸດຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ໄປແລກປ່ຽນຖອດຖອນບົດຮຽນວຽກງານຫໍສະໝຸດກັບຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ເພື່ອກຽມຄວາມພ້ອມຈັດກອງປະຊຸມຮ່າງລະບຽບບໍລິຫານຄຸ້ມຄອງຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ, ໃນການໄປແລກປ່ຽນຄັ້ງນີ້ນຳພາໂດຍ ທ່ານ ອຈ ເຂີງຄໍາ ສີຫາລາດ ຫົວໜ້າພະແນກຫໍສະໝຸດ ,ຮອງຫົວໜ້າພະແນກຫໍສະໝຸດ ພ້ອມດ້ວຍພະນັກງານວິຊາການຫໍສະໝຸດ ແລະ ພະນັກງານເຂົ້າຮ່ວມ,ໃຫ້ກຽດຕ້ອນຮັບໂດຍທ່ານ ອຈ ນາງ ສີພາ ພົງສະຫັວດ ຜູ້ອຳນວຍການຫໍສະໝຸດກາງ ພ້ອມດ້ວຍ ຄະນະ

          ໃນກອງປະຊຸມແລກປ່ຽນບົດຮຽນຄັ້ງນີ້ຍັງໄດ້ຮັບຟັງການລາຍງານວຽກງານຫໍສະໝຸດ ແລະ ການນຳສະເໜີ ກົດລະບຽບຄຸ້ມຄອງຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ໂດຍ ທ່ານ ຮອງອຳນວຍການຫໍສະໝຸດກາງ ໃນກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນເຊີ່ງກັນແລະກັນ ດ້ວຍຄວາມອົບອຸ່ນ ມິດຕະພາບ,ຄວາມສາມັກຄີ ເປັນກັນເອງ ເຊີ່ງໃນກອງປະຊຸມໄດ້ຕົກລົງຮ່ວມມືກັນວຽກງານວິຊາການ ດັ່ງນີ້ : ວຽກງານຝືກອົບຮົມວິເຄາະເລກໝວດໝູ່ປື້ມ,ການນຳໃຊ້ AI ເຂົ້າໃນການເຜີຍແຜ່ຂ່າວສານປະຊາສຳພັນວຽກງານຫໍສະໝຸດ, ການພັດທະນາໂປຣແກຮມບໍລິຫານຈັດການວຽກງານຫໍສະໝຸດເວີຊັນໃໝ່ (7) ,ວຽກງານຝຶກອົບຮົມພື້ນຖານໂຄງລ່າງຫໍສະໝຸດ,ວຽກງານການແລກປ່ຽນບົດຕ່າງປະເທດ,ວຽກງານການພັດທະນາ PMB, Space, Union Catalog ,ການບໍລິການຢືມສົ່ງອອນລາຍ

          ໃນກອງປະຊຸມແລກປ່ຽນຖອດຖອນບົດຮຽນຄັ້ງນີ້ຕ້ອງຂໍຂອບໃຈມາຍັງການສະໜັບສະໜູນຈາກໂຄງການລາວ/037.

ຮູບພາບບັນຍາກາດ

ພະແນກຫໍສະໝຸດໄດ້ຈັດຝຶກອົບຮົມວຽກງານວິຊາການປະຈໍາປີ 2022

ໃນລະຫວ່າງວັນທີ 27-29  ກໍລະກົດ 2022 ນີ້ ພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມຝຶກອົບຮົມວຽກງານວິຊາການຫໍສະໝຸດປະຈໍາປີ 2022 ຫົວຂໍ້: “ການເສີມທັກສະວິທີການຄຸ້ມຄອງປື້ມ ແລະ ວາລະສານແບບດັ່ງເດີມ ແລະ ດີຈີຕ໌ອລ ເພື່ອບໍລິການໃນຍຸກເຕັກໂນໂລຊີ” ; ກອງປະຊຸມດັ່ງກ່າວໄດ້ຈັດຂື້ນທີ່ໂຮງແຮມທະວີສຸກ, ເມືອງວັງວຽງ, ແຂວງວຽງຈັນ, ໂດຍເປັນປະທານຂອງທ່ານ ອຈ.ປອ ສົມເດດ ແກ້ວວົງສັກ ຮອງຄະນະບໍດີ , ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ,ພະນັກງານຫໍສະໝຸດ ພ້ອມດ້ວຍບັນດາຄູອາຈານ  ຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ,ສະຖາບັນຍຸຕິທຳແຫ່ງຊາດ ,ມະຫາວິທະຍາໄລຈໍາປາສັກເຂົ້າຮ່ວມ.

 

       ການຈັດກອງປະຊຸມຝຶກອົບຮົມຄັ້ງນີ້ ມີທັງທິດສະດີ ແລະ ປະຕິບັດຕົວຈິງ ເພື່ອເຮັດໃຫ້ພະນັກງານຫໍສະໝຸດ ທັງສາມພາກສ່ວນໄດ້ເຂົ້າໃຈ ເລີກເຊີ່ງໃນການວິເຄາະໝວດໝູ່ປື້ມ,ທິດສະດີການຄຸ້ມຄອງ ປົກປັກຮັກສາ ຊັບພະຍາກອນ (ວາລະສານ/ໜັງສືພີມ),ວິທີການເຮັດບັນນານຸກົມ ແລະ ດັດສະນີວາລະສານ,ການຂຽນລາຍງານບັນນານຸກົມວາລະສານ,ວິທີການກຳນົດລະຫັດ ເພື່ອກຽມລົງລາຍການວາລະສານ ,ວິທີວິເຄາະບົດຄວາມວາລະສານ ເພື່ອກຽມລົງລາຍການດັດສະນີ,ໃນພາກປະຕິບັດຕົວຈິງ ໄດ້ລົງລາຍການວາລະສານໃນຖານຂໍ້ມູນ PMB, ໃຫ້ບັນລະຍາຍໃນຄັ້ງນີ້ ໂດຍ ທ່ານ ອຈ. ປທ ສີພາ ພົງສະຫັວດ ຮອງຫົວໜ້າຜູ້ອໍານວຍການຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ,ທ່ານ ອຈ. ປຕ ທອງວັນ ປັນຍາທອງ, ທ່ານ ອຈ. ປຕ ວຽງໄຊ ວົງໄຊ .

 

ໃນໂອກາດກອງປະຊຸມດັ່ງກ່າວ, ທ່ານ ອຈ.ປອ ສົມເດດ ແກ້ວວົງສັກ ຮອງຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ເຊີ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຝຶກອົບຮົມຄັ້ງນີ້, ພະນັກງານຫໍສະໝຸດຕ້ອງໄດ້ມີການພັດທະນາຕົນເອງຢ່າງຕໍ່ເນື່ອງ ແລະ ເປັນວຽກງານໜື່ງທີ່ໜັກ ທ່ານໄດ້ຮຽກຮ້ອງໃຫ້ ການນໍາຫໍສະໝຸດກາງໃຫ້ເອົາໃຈໃສ່, ອາດຈະພັກດັນ ມະຫາວິທະຍາໄລແຫ່ງຊາດຕື່ມ ເພາະຖ້າເພີ່ນໄດ້ພົບໄດ້ເຫັນວ່າ  ວຽກງານຫໍສະໝຸດ ສິ່ງທີ່ເຮົາເຮັດມີຄວາມລໍາບາກສຳໃດກ່ອນຈະໄດ້ປື້ມຫົວໜື່ງບໍລິການໃຫ້ແກ່ສັງຄົມ ຂະບວນການກ່ອນຈະໄປເຖີງຈຸດນັ້ນຂ້າພະເຈົ້າຄິດວ່າແຕ່ລະທ່ານເຮັດວຽກດ້ວຍຄວາມພະຍາຍາມທີ່ສຸດ.

 

ໂອກາດດັ່ງກ່າວ ທ່ານ ໄດ້ຂອບໃຈໂຄງການລາວ031ທີ່ໄດ້ອໍານວຍຄວາມສະດວກສະໜອງງົບປະມານໃນການຈັດກອງປະຊຸມຝຶກອົບຮົມຄັ້ງນີ້, ຂໍຂອບໃຈທີມງານຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ທີ່ໄດ້ມາຖ່າຍທອດຄວາມຮູ້ໃຫ້ສາມພາກສ່ວນຂອງພວກເຮົາ, ທ້າຍນີ້ຂ້າພະເຈົ້າຕ່າງໜ້າທ່ານຄະນະບໍດີ ຂ້າພະເຈົ້າຂໍອວຍພອນມາຍັງບັນດາທ່ານ ນັກວິທະຍາກອນ,ສໍາມະນາກອນທຸກທ່ານທີ່ເຂົ້າຮ່ວມກອງປະຊຸມຂອງພວກເຮົາມີແຕ່ຄວາມຜາສຸກ ສ່ວນຕົວ ແລະ ຄອບຄົວ,ຈະເລີນກ້າວໜ້າໃນໜ້າທີ່ການງານ,ອອຍພອນໃຫ້ບັນດາທ່ານເດີນທາງກັບບ້ານດ້ວຍຄວາມສະບັດດີພາບ.

f t g m

ລາຍຊື່ ພະນັກງານ ພະແນກຫໍສະໝຸດ

ສະຖິຕິຜູ້ເຂົ້າມາໃຊ້ບໍລິການຫໍສະໝຸດ