Copyright 2024 - @ຫໍສະໝຸດ,ໜ່ວຍງານໄອທີ ຄນລ

ທ່ານ ປອ.ຈັນທີ ປັດຊະຍາ ໄດ້ມອບບົດຄົ້ນຄວ້າປະລີນຍາເອກ ໃຫ້ ຫໍສະໝຸດ ຄນລ

ວັນທີ 20 ພຶດສະພາ 2019 ທີ່ ຕຶກອາເນກປະສົງ ພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫາງຊາດ, ທ່ານ  ປອ.ຈັນທີ ປັດຊະຍາ  ໄດ້ມອບບົດຄົ້ນຄວ້າປະລີນຍາເອກ ຈາກ ສປປຈີນ ຂອງເພີ່ນໃຫ້ແກ່ຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ,ໂດຍຮັບເອົາແມ່ນ ທ່ານ ວັນເຄນ ພົມມະໄຂ ຮອງຫົວໜ້າພະແນກຫໍສະໝຸດ ພ້ອມດ້ວຍພະນັກງານພາຍໃນພະແນກຫໍສະໝຸດ


 

ພິທີ ມອບ-ຮັບປື້ມໃຫ້ແກ່ຫໍສະໝຸດຄະນະນິຕິສາດ ແລະລັດຖະສາດ

ໃນຕອນເຊົ້າ ວັນທີ 13 ກຸມພາ 2019 ນີ້, ໂຄງການສະໜັບສະໜູນການສິດສອນ ແລະຝຶກອົບຮົມກົດໝາຍເພື່ອສົ່ງເສີມການສ້າງລັດແຫ່ງກົດໝາຍ ຢູ່ ສປປ ລາວ, ໄດ້ມອບປື້ມກ່ຽວກັບກົດໝາຍໃຫ້ແກ່ຄະນະນິຕິສາດ ແລະລັດຖະສາດ ມະຫາວິທະຍາໄລແຫ່ງຊາດ,  ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ ຫໍສະໝຸດຄະນະນິຕິສາດ ແລະລັດຖະສາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະລັດຖະສາດ, ກ່າວມອບໂດຍ ທ່ານ ໄຊ ປາສ ຣະນະ ຫົວໜ້າທີ່ປຶກສາໂຄງການສະໜັບສະໜູນການສິດສອນ ແລະຝຶກອົບຮົມກົດໝາຍເພື່ອສົ່ງເສີມການສ້າງລັດແຫ່ງກົດໝາຍ ຢູ່ ສປປ ລາວ ແລະກ່າວຮັບໂດຍທ່ານ ພອນໄຊ ປະພັດສະລາງ ຫົວໜ້າພະແນກຫໍສະໝຸດ ຄະນະນິຕິສາດ ແລະລັດຖະສາດ.

ປຶ້ມທີ່ນໍາມາມອບໃຫ້ແກ່ຄະນະນິຕິສາດ ແລະລັດຖະສາດຄັ້ງນີ້ ປະກອບມີ: ປື້ມກ່ຽວກັບກົດໝາຍການທູດ, ກົດໝາຍທົ່ວໄປ, ວັດຈະນານຸກົມລາວແປລາວ, ກົດໝາຍສົນທິສັນຍາ, ກົດໝາຍສາກົນສົ່ງຜູ້ຮ້າຍຂ້າມແດນ, ກົດໝາຍລາວ ແລະປື້ມອື່ນໆອີກຫຼາຍຊະນິດ; ໃນນີ້ ມີປື້ມທີ່ເປັນພາສາລາວ+ພາສາໄທ ຈໍານວນ 20 ຊື່ເລື່ອງ, ປະກອບມີ 225 ຫົວ ແລະປື້ມທີ່ເປັນພາສາໄທ ຈໍານວນ 88 ຊື່ເລື່ອງ, ປະກອບມີ 382 ຫົວ ແລະປື້ມທີ່ເປັນພາສາໄທ ຈໍານວນ 68 ຊື່ເລື່ອງ ປະກອບມີ 157 ຫົວ,  ລວມມູນຄ່າທັງໝົດ 52,965,000ກີບ(ຫ້າສິບສອງລ້ານ ເກົ້າແສນຫົກສິບຫ້າພັນກີບ), ເຊິ່ງປື້ມດັ່ງກ່າວແມ່ນເກັບມ້ຽນໄວ້ທີ່ຫໍສະໝຸດຄະນະນິຕິສາດ ແລະລັດຖະສາດ ເພື່ອເປັນການອໍານວຍຄວາມສະດວກໃຫ້ ພະນັກງານ, ຄູ-ອາຈານ, ນັກສຶກສາ ແລະຜູ້ສົນໃຈສາມາດຄົ້ນຄວ້າຮໍ່າຮຽນ.


 

ອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ມອບປື້ມໃຫ້ຫໍສະໝຸດ ຄນລ

ໃນຕອນບ່າຍ ວັນທີ 5 ເມສາ 2019 ນີ້, ໂຄງການສະໜັບສະໜູນການສິດສອນ ແລະຝຶກອົບຮົມກົດໝາຍເພື່ອສົ່ງເສີມການສ້າງລັດແຫ່ງກົດໝາຍ ຢູ່ ສປປ ລາວ, ໄດ້ມອບປື້ມກ່ຽວກັບກົດໝາຍໃຫ້ແກ່ຄະນະນິຕິສາດ ແລະລັດຖະສາດ ມະຫາວິທະຍາໄລແຫ່ງຊາດ,  ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ ຫໍສະໝຸດຄະນະນິຕິສາດ ແລະລັດຖະສາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະລັດຖະສາດມະຫາວິທະຍາໄລແຫ່ງຊາດ,  ມອບໂດຍ ທ່ານ ນາງ ມາດາມ ບຸນໄທ ປັນແກ້ວ ຫົວຫນ້າກົມແຜນການ ແລະ ຮ່ວມມືຕ່າງປະເທດ ຕາງຫນ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ Richard Philippart ແລະ ຄະນະຊ່ຽວຊານຈາກ ສະຖາບັນຊ່ວຍເຫລືອທາງດ້ານວິຊາການ ແລະ ກົດຫມາຍ (ILSTA) ແລະກ່າວຮັບໂດຍທ່ານ ວັນເຄນ ພົມມະໄຂ ຮອງຫົວໜ້າພະແນກຫໍສະໝຸດ ຄະນະນິຕິສາດ ແລະລັດຖະສາດ ແລະ ພະນັກງານຄູ-ອາຈານ ຈາກ ຄະນະນິຕິສາດ ແລະ ລັດຖະສາດ

ປຶ້ມທີ່ນໍາມາມອບໃຫ້ແກ່ຄະນະນິຕິສາດ ແລະລັດຖະສາດຄັ້ງນີ້ ປະກອບມີ: ປື້ມ ປະມວນກົດຫມາຍອາຍາ ແລະ ກົດຫມາຍວ່າດ້ວຍການດຳເນີນຄະດີອາຍາ ຈຳນວນ 120 ເຫລັ້ມ, ເຊິ່ງປື້ມດັ່ງກ່າວແມ່ນເກັບມ້ຽນໄວ້ທີ່ຫໍສະໝຸດຄະນະນິຕິສາດ ແລະລັດຖະສາດ ເພື່ອເປັນການອໍານວຍຄວາມສະດວກໃຫ້ ພະນັກງານ, ຄູ-ອາຈານ, ນັກສຶກສາ ແລະຜູ້ສົນໃຈສາມາດຄົ້ນຄວ້າຮໍ່າຮຽນ.


 

ພະແນກຫໍສະໝຸດຕ່ອນຮັບນັກສຶກສາມາຈາກໂຮຽນຮຽນທິດສະດີການເມືອງ-ການປົກຄອງ

ໃນຕອນແລງຂອງວັນທີ 27 ພະຈິກ 2018 ຢູ່ທີ່ຕຶກອາເນກປະສົງ ຊັ້ນສາມຫ້ອງປະຊຸມ L1 ພະແນກຫໍສະໝຸດ ຂອງຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ,ໄດ້ຕ່ອນຮັບນັກສຶກສາຈາກໂຮຽຮຽນທິດສະດີການເມືອງ-ການປົກຄອງໄດ້ມາທັດສະນະສຶກສາທີ່ຫໍສະໝຸດ ຄນລ ຊຸດທີ 1 ຈຳນວນ 71 ທ່ານ ໃຫ້ກຽດຕ່ອນຮັບຄັ້ງນີ້ ໂດຍ ແມ່ນ ທ່ານ ປທ ພູວົງ ວິໄລແສງ ຮອງຄະນະບໍດີຝ່າຍຄຸ້ມຄອງນັກສຶກສາ ເຊີ່ງເພີ່ນເປັນຜູ້ຊີ້ນໍາໂດຍກົງກ່ຽວກັບວຽກງານຫໍສະໝຸດ ,ໃນນັ້ນກໍ່ຍັງມີ ຫົວໜ້າພະແນກຫໍສະໝຸດ ,ຮອງຫົວໜ້າພະແນກຫໍສະໝຸດ ພ້ອມດ້ວຍພະນັກງານພາຍໃນພະແນກຫໍສະໝຸດ,ຕ່ອນຮັບຄັ້ງນີ້ດ້ວຍ.


 

Subcategories

ພະແນກຫໍສະໝຸດຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ໄປແລກປ່ຽນຖອດຖອນບົດຮຽນກັບຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ຫົວຂໍ້ ກົດລະບຽບບໍລິຫານຄຸ້ມຄອງວຽກງານຫໍສະໝຸດ

ໃນວັນທີ 21 ພະຈິກ 2023 ພະແນກຫໍສະໝຸດຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ໄປແລກປ່ຽນຖອດຖອນບົດຮຽນວຽກງານຫໍສະໝຸດກັບຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ເພື່ອກຽມຄວາມພ້ອມຈັດກອງປະຊຸມຮ່າງລະບຽບບໍລິຫານຄຸ້ມຄອງຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ, ໃນການໄປແລກປ່ຽນຄັ້ງນີ້ນຳພາໂດຍ ທ່ານ ອຈ ເຂີງຄໍາ ສີຫາລາດ ຫົວໜ້າພະແນກຫໍສະໝຸດ ,ຮອງຫົວໜ້າພະແນກຫໍສະໝຸດ ພ້ອມດ້ວຍພະນັກງານວິຊາການຫໍສະໝຸດ ແລະ ພະນັກງານເຂົ້າຮ່ວມ,ໃຫ້ກຽດຕ້ອນຮັບໂດຍທ່ານ ອຈ ນາງ ສີພາ ພົງສະຫັວດ ຜູ້ອຳນວຍການຫໍສະໝຸດກາງ ພ້ອມດ້ວຍ ຄະນະ

          ໃນກອງປະຊຸມແລກປ່ຽນບົດຮຽນຄັ້ງນີ້ຍັງໄດ້ຮັບຟັງການລາຍງານວຽກງານຫໍສະໝຸດ ແລະ ການນຳສະເໜີ ກົດລະບຽບຄຸ້ມຄອງຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ໂດຍ ທ່ານ ຮອງອຳນວຍການຫໍສະໝຸດກາງ ໃນກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນເຊີ່ງກັນແລະກັນ ດ້ວຍຄວາມອົບອຸ່ນ ມິດຕະພາບ,ຄວາມສາມັກຄີ ເປັນກັນເອງ ເຊີ່ງໃນກອງປະຊຸມໄດ້ຕົກລົງຮ່ວມມືກັນວຽກງານວິຊາການ ດັ່ງນີ້ : ວຽກງານຝືກອົບຮົມວິເຄາະເລກໝວດໝູ່ປື້ມ,ການນຳໃຊ້ AI ເຂົ້າໃນການເຜີຍແຜ່ຂ່າວສານປະຊາສຳພັນວຽກງານຫໍສະໝຸດ, ການພັດທະນາໂປຣແກຮມບໍລິຫານຈັດການວຽກງານຫໍສະໝຸດເວີຊັນໃໝ່ (7) ,ວຽກງານຝຶກອົບຮົມພື້ນຖານໂຄງລ່າງຫໍສະໝຸດ,ວຽກງານການແລກປ່ຽນບົດຕ່າງປະເທດ,ວຽກງານການພັດທະນາ PMB, Space, Union Catalog ,ການບໍລິການຢືມສົ່ງອອນລາຍ

          ໃນກອງປະຊຸມແລກປ່ຽນຖອດຖອນບົດຮຽນຄັ້ງນີ້ຕ້ອງຂໍຂອບໃຈມາຍັງການສະໜັບສະໜູນຈາກໂຄງການລາວ/037.

ຮູບພາບບັນຍາກາດ

ພະແນກຫໍສະໝຸດໄດ້ຈັດຝຶກອົບຮົມວຽກງານວິຊາການປະຈໍາປີ 2022

ໃນລະຫວ່າງວັນທີ 27-29  ກໍລະກົດ 2022 ນີ້ ພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມຝຶກອົບຮົມວຽກງານວິຊາການຫໍສະໝຸດປະຈໍາປີ 2022 ຫົວຂໍ້: “ການເສີມທັກສະວິທີການຄຸ້ມຄອງປື້ມ ແລະ ວາລະສານແບບດັ່ງເດີມ ແລະ ດີຈີຕ໌ອລ ເພື່ອບໍລິການໃນຍຸກເຕັກໂນໂລຊີ” ; ກອງປະຊຸມດັ່ງກ່າວໄດ້ຈັດຂື້ນທີ່ໂຮງແຮມທະວີສຸກ, ເມືອງວັງວຽງ, ແຂວງວຽງຈັນ, ໂດຍເປັນປະທານຂອງທ່ານ ອຈ.ປອ ສົມເດດ ແກ້ວວົງສັກ ຮອງຄະນະບໍດີ , ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ,ພະນັກງານຫໍສະໝຸດ ພ້ອມດ້ວຍບັນດາຄູອາຈານ  ຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ,ສະຖາບັນຍຸຕິທຳແຫ່ງຊາດ ,ມະຫາວິທະຍາໄລຈໍາປາສັກເຂົ້າຮ່ວມ.

 

       ການຈັດກອງປະຊຸມຝຶກອົບຮົມຄັ້ງນີ້ ມີທັງທິດສະດີ ແລະ ປະຕິບັດຕົວຈິງ ເພື່ອເຮັດໃຫ້ພະນັກງານຫໍສະໝຸດ ທັງສາມພາກສ່ວນໄດ້ເຂົ້າໃຈ ເລີກເຊີ່ງໃນການວິເຄາະໝວດໝູ່ປື້ມ,ທິດສະດີການຄຸ້ມຄອງ ປົກປັກຮັກສາ ຊັບພະຍາກອນ (ວາລະສານ/ໜັງສືພີມ),ວິທີການເຮັດບັນນານຸກົມ ແລະ ດັດສະນີວາລະສານ,ການຂຽນລາຍງານບັນນານຸກົມວາລະສານ,ວິທີການກຳນົດລະຫັດ ເພື່ອກຽມລົງລາຍການວາລະສານ ,ວິທີວິເຄາະບົດຄວາມວາລະສານ ເພື່ອກຽມລົງລາຍການດັດສະນີ,ໃນພາກປະຕິບັດຕົວຈິງ ໄດ້ລົງລາຍການວາລະສານໃນຖານຂໍ້ມູນ PMB, ໃຫ້ບັນລະຍາຍໃນຄັ້ງນີ້ ໂດຍ ທ່ານ ອຈ. ປທ ສີພາ ພົງສະຫັວດ ຮອງຫົວໜ້າຜູ້ອໍານວຍການຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ,ທ່ານ ອຈ. ປຕ ທອງວັນ ປັນຍາທອງ, ທ່ານ ອຈ. ປຕ ວຽງໄຊ ວົງໄຊ .

 

ໃນໂອກາດກອງປະຊຸມດັ່ງກ່າວ, ທ່ານ ອຈ.ປອ ສົມເດດ ແກ້ວວົງສັກ ຮອງຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ເຊີ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຝຶກອົບຮົມຄັ້ງນີ້, ພະນັກງານຫໍສະໝຸດຕ້ອງໄດ້ມີການພັດທະນາຕົນເອງຢ່າງຕໍ່ເນື່ອງ ແລະ ເປັນວຽກງານໜື່ງທີ່ໜັກ ທ່ານໄດ້ຮຽກຮ້ອງໃຫ້ ການນໍາຫໍສະໝຸດກາງໃຫ້ເອົາໃຈໃສ່, ອາດຈະພັກດັນ ມະຫາວິທະຍາໄລແຫ່ງຊາດຕື່ມ ເພາະຖ້າເພີ່ນໄດ້ພົບໄດ້ເຫັນວ່າ  ວຽກງານຫໍສະໝຸດ ສິ່ງທີ່ເຮົາເຮັດມີຄວາມລໍາບາກສຳໃດກ່ອນຈະໄດ້ປື້ມຫົວໜື່ງບໍລິການໃຫ້ແກ່ສັງຄົມ ຂະບວນການກ່ອນຈະໄປເຖີງຈຸດນັ້ນຂ້າພະເຈົ້າຄິດວ່າແຕ່ລະທ່ານເຮັດວຽກດ້ວຍຄວາມພະຍາຍາມທີ່ສຸດ.

 

ໂອກາດດັ່ງກ່າວ ທ່ານ ໄດ້ຂອບໃຈໂຄງການລາວ031ທີ່ໄດ້ອໍານວຍຄວາມສະດວກສະໜອງງົບປະມານໃນການຈັດກອງປະຊຸມຝຶກອົບຮົມຄັ້ງນີ້, ຂໍຂອບໃຈທີມງານຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ທີ່ໄດ້ມາຖ່າຍທອດຄວາມຮູ້ໃຫ້ສາມພາກສ່ວນຂອງພວກເຮົາ, ທ້າຍນີ້ຂ້າພະເຈົ້າຕ່າງໜ້າທ່ານຄະນະບໍດີ ຂ້າພະເຈົ້າຂໍອວຍພອນມາຍັງບັນດາທ່ານ ນັກວິທະຍາກອນ,ສໍາມະນາກອນທຸກທ່ານທີ່ເຂົ້າຮ່ວມກອງປະຊຸມຂອງພວກເຮົາມີແຕ່ຄວາມຜາສຸກ ສ່ວນຕົວ ແລະ ຄອບຄົວ,ຈະເລີນກ້າວໜ້າໃນໜ້າທີ່ການງານ,ອອຍພອນໃຫ້ບັນດາທ່ານເດີນທາງກັບບ້ານດ້ວຍຄວາມສະບັດດີພາບ.

f t g m

ລາຍຊື່ ພະນັກງານ ພະແນກຫໍສະໝຸດ

ສະຖິຕິຜູ້ເຂົ້າມາໃຊ້ບໍລິການຫໍສະໝຸດ