Copyright 2024 - @ຫໍສະໝຸດ,ໜ່ວຍງານໄອທີ ຄນລ

ພາກວິຊາລັດຖະສາດໄດ້ມອບປື້ມບົດໂຄງການຈົບຊັ້ນໃຫ້ພະແນກຫໍສະໝຸດ

ພາກວິຊາລັດຖະສາດໄດ້ມອບປື້ມບົດໂຄງການຈົບຊັ້ນສົກສຶກສາ 2017-2018

ໃຫ້ພະແນກຫໍສະໝຸດ

 

ໃນຕອນເຊົ້າຂອງວັນທີ 10 /09/ 2018 ທີ່ຜ່ານມາ,ພາກວິຊາລັດຖະສາດເຊີ່ງເປັນພາກວິຊາສາຂາໜື່ງຂອງຄະນະນິຕິສາດ ແລະ ລັດຖະສາດໄດ້ມອບປື້ມບົດໂຄງການຈົບຊັ້ນຂອງພາກວິຊາໃຫ້ພະແນກຫໍສະໝຸດ,ເຊີ່ງການມອບຄັ້ງນີ້ຕ່າງໜ້າພາກວິຊາ ແມ່ນ ປທ ທອງພູນ ສຸກກະເສນ ຮອງຫົວໜ້າພາກວິຊາລັດຖະສາດ,ປທ ສົມພາວັນ ສີຫາລາດ ແລະ ຝ່າຍຮັບແມ່ນ ປທ ພອນໄຊ ປະພັດສະລາງ,ເຊີ່ງເປັນຫົວໜ້າພະແນກຫໍສະໝຸດ,ປຕ ວັນເຄນ ພົມມະໄຂ ພ້ອມດ້ວຍພະນັກງານ ປທ ສີເມືອງ ສີວົງດາວ ,ປທ ສັງຄອນ ນິຄົມຄຳ ເຊີ່ງເປັນພັນທະຂອງແຕ່ລະພາກວິຊາ ແລະ ເພື່ອເປັນແຫລ່ງຂໍ້ມູນໃຫ້ນັກສຶກສາ,ສາມາດມາຄົ້ນຄ້ວາໄດ້.


 

ພະແນກຫໍສະໝຸດຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ໄປແລກປ່ຽນຖອດຖອນບົດຮຽນກັບຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ຫົວຂໍ້ ກົດລະບຽບບໍລິຫານຄຸ້ມຄອງວຽກງານຫໍສະໝຸດ

ໃນວັນທີ 21 ພະຈິກ 2023 ພະແນກຫໍສະໝຸດຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ໄປແລກປ່ຽນຖອດຖອນບົດຮຽນວຽກງານຫໍສະໝຸດກັບຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ເພື່ອກຽມຄວາມພ້ອມຈັດກອງປະຊຸມຮ່າງລະບຽບບໍລິຫານຄຸ້ມຄອງຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ, ໃນການໄປແລກປ່ຽນຄັ້ງນີ້ນຳພາໂດຍ ທ່ານ ອຈ ເຂີງຄໍາ ສີຫາລາດ ຫົວໜ້າພະແນກຫໍສະໝຸດ ,ຮອງຫົວໜ້າພະແນກຫໍສະໝຸດ ພ້ອມດ້ວຍພະນັກງານວິຊາການຫໍສະໝຸດ ແລະ ພະນັກງານເຂົ້າຮ່ວມ,ໃຫ້ກຽດຕ້ອນຮັບໂດຍທ່ານ ອຈ ນາງ ສີພາ ພົງສະຫັວດ ຜູ້ອຳນວຍການຫໍສະໝຸດກາງ ພ້ອມດ້ວຍ ຄະນະ

          ໃນກອງປະຊຸມແລກປ່ຽນບົດຮຽນຄັ້ງນີ້ຍັງໄດ້ຮັບຟັງການລາຍງານວຽກງານຫໍສະໝຸດ ແລະ ການນຳສະເໜີ ກົດລະບຽບຄຸ້ມຄອງຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ໂດຍ ທ່ານ ຮອງອຳນວຍການຫໍສະໝຸດກາງ ໃນກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນເຊີ່ງກັນແລະກັນ ດ້ວຍຄວາມອົບອຸ່ນ ມິດຕະພາບ,ຄວາມສາມັກຄີ ເປັນກັນເອງ ເຊີ່ງໃນກອງປະຊຸມໄດ້ຕົກລົງຮ່ວມມືກັນວຽກງານວິຊາການ ດັ່ງນີ້ : ວຽກງານຝືກອົບຮົມວິເຄາະເລກໝວດໝູ່ປື້ມ,ການນຳໃຊ້ AI ເຂົ້າໃນການເຜີຍແຜ່ຂ່າວສານປະຊາສຳພັນວຽກງານຫໍສະໝຸດ, ການພັດທະນາໂປຣແກຮມບໍລິຫານຈັດການວຽກງານຫໍສະໝຸດເວີຊັນໃໝ່ (7) ,ວຽກງານຝຶກອົບຮົມພື້ນຖານໂຄງລ່າງຫໍສະໝຸດ,ວຽກງານການແລກປ່ຽນບົດຕ່າງປະເທດ,ວຽກງານການພັດທະນາ PMB, Space, Union Catalog ,ການບໍລິການຢືມສົ່ງອອນລາຍ

          ໃນກອງປະຊຸມແລກປ່ຽນຖອດຖອນບົດຮຽນຄັ້ງນີ້ຕ້ອງຂໍຂອບໃຈມາຍັງການສະໜັບສະໜູນຈາກໂຄງການລາວ/037.

ຮູບພາບບັນຍາກາດ

ພະແນກຫໍສະໝຸດໄດ້ຈັດຝຶກອົບຮົມວຽກງານວິຊາການປະຈໍາປີ 2022

ໃນລະຫວ່າງວັນທີ 27-29  ກໍລະກົດ 2022 ນີ້ ພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມຝຶກອົບຮົມວຽກງານວິຊາການຫໍສະໝຸດປະຈໍາປີ 2022 ຫົວຂໍ້: “ການເສີມທັກສະວິທີການຄຸ້ມຄອງປື້ມ ແລະ ວາລະສານແບບດັ່ງເດີມ ແລະ ດີຈີຕ໌ອລ ເພື່ອບໍລິການໃນຍຸກເຕັກໂນໂລຊີ” ; ກອງປະຊຸມດັ່ງກ່າວໄດ້ຈັດຂື້ນທີ່ໂຮງແຮມທະວີສຸກ, ເມືອງວັງວຽງ, ແຂວງວຽງຈັນ, ໂດຍເປັນປະທານຂອງທ່ານ ອຈ.ປອ ສົມເດດ ແກ້ວວົງສັກ ຮອງຄະນະບໍດີ , ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ,ພະນັກງານຫໍສະໝຸດ ພ້ອມດ້ວຍບັນດາຄູອາຈານ  ຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ,ສະຖາບັນຍຸຕິທຳແຫ່ງຊາດ ,ມະຫາວິທະຍາໄລຈໍາປາສັກເຂົ້າຮ່ວມ.

 

       ການຈັດກອງປະຊຸມຝຶກອົບຮົມຄັ້ງນີ້ ມີທັງທິດສະດີ ແລະ ປະຕິບັດຕົວຈິງ ເພື່ອເຮັດໃຫ້ພະນັກງານຫໍສະໝຸດ ທັງສາມພາກສ່ວນໄດ້ເຂົ້າໃຈ ເລີກເຊີ່ງໃນການວິເຄາະໝວດໝູ່ປື້ມ,ທິດສະດີການຄຸ້ມຄອງ ປົກປັກຮັກສາ ຊັບພະຍາກອນ (ວາລະສານ/ໜັງສືພີມ),ວິທີການເຮັດບັນນານຸກົມ ແລະ ດັດສະນີວາລະສານ,ການຂຽນລາຍງານບັນນານຸກົມວາລະສານ,ວິທີການກຳນົດລະຫັດ ເພື່ອກຽມລົງລາຍການວາລະສານ ,ວິທີວິເຄາະບົດຄວາມວາລະສານ ເພື່ອກຽມລົງລາຍການດັດສະນີ,ໃນພາກປະຕິບັດຕົວຈິງ ໄດ້ລົງລາຍການວາລະສານໃນຖານຂໍ້ມູນ PMB, ໃຫ້ບັນລະຍາຍໃນຄັ້ງນີ້ ໂດຍ ທ່ານ ອຈ. ປທ ສີພາ ພົງສະຫັວດ ຮອງຫົວໜ້າຜູ້ອໍານວຍການຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ,ທ່ານ ອຈ. ປຕ ທອງວັນ ປັນຍາທອງ, ທ່ານ ອຈ. ປຕ ວຽງໄຊ ວົງໄຊ .

 

ໃນໂອກາດກອງປະຊຸມດັ່ງກ່າວ, ທ່ານ ອຈ.ປອ ສົມເດດ ແກ້ວວົງສັກ ຮອງຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ເຊີ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຝຶກອົບຮົມຄັ້ງນີ້, ພະນັກງານຫໍສະໝຸດຕ້ອງໄດ້ມີການພັດທະນາຕົນເອງຢ່າງຕໍ່ເນື່ອງ ແລະ ເປັນວຽກງານໜື່ງທີ່ໜັກ ທ່ານໄດ້ຮຽກຮ້ອງໃຫ້ ການນໍາຫໍສະໝຸດກາງໃຫ້ເອົາໃຈໃສ່, ອາດຈະພັກດັນ ມະຫາວິທະຍາໄລແຫ່ງຊາດຕື່ມ ເພາະຖ້າເພີ່ນໄດ້ພົບໄດ້ເຫັນວ່າ  ວຽກງານຫໍສະໝຸດ ສິ່ງທີ່ເຮົາເຮັດມີຄວາມລໍາບາກສຳໃດກ່ອນຈະໄດ້ປື້ມຫົວໜື່ງບໍລິການໃຫ້ແກ່ສັງຄົມ ຂະບວນການກ່ອນຈະໄປເຖີງຈຸດນັ້ນຂ້າພະເຈົ້າຄິດວ່າແຕ່ລະທ່ານເຮັດວຽກດ້ວຍຄວາມພະຍາຍາມທີ່ສຸດ.

 

ໂອກາດດັ່ງກ່າວ ທ່ານ ໄດ້ຂອບໃຈໂຄງການລາວ031ທີ່ໄດ້ອໍານວຍຄວາມສະດວກສະໜອງງົບປະມານໃນການຈັດກອງປະຊຸມຝຶກອົບຮົມຄັ້ງນີ້, ຂໍຂອບໃຈທີມງານຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ທີ່ໄດ້ມາຖ່າຍທອດຄວາມຮູ້ໃຫ້ສາມພາກສ່ວນຂອງພວກເຮົາ, ທ້າຍນີ້ຂ້າພະເຈົ້າຕ່າງໜ້າທ່ານຄະນະບໍດີ ຂ້າພະເຈົ້າຂໍອວຍພອນມາຍັງບັນດາທ່ານ ນັກວິທະຍາກອນ,ສໍາມະນາກອນທຸກທ່ານທີ່ເຂົ້າຮ່ວມກອງປະຊຸມຂອງພວກເຮົາມີແຕ່ຄວາມຜາສຸກ ສ່ວນຕົວ ແລະ ຄອບຄົວ,ຈະເລີນກ້າວໜ້າໃນໜ້າທີ່ການງານ,ອອຍພອນໃຫ້ບັນດາທ່ານເດີນທາງກັບບ້ານດ້ວຍຄວາມສະບັດດີພາບ.

f t g m

ລາຍຊື່ ພະນັກງານ ພະແນກຫໍສະໝຸດ

ສະຖິຕິຜູ້ເຂົ້າມາໃຊ້ບໍລິການຫໍສະໝຸດ