Copyright 2023 - Custom text here
ສະແດງ # 
ຊື່ ຜູ້ຂຽນ ຈຳນວນຄັ້ງທີ່ກົດ
ການແຈ້ງພາສີ ຂຽນໂດຍ Super User 7364
ການຂໍກູ້ຢືມເງີນຈາກທະນາຄານຣ່ວມພັດທະນາ ຂຽນໂດຍ Super User 6906
ການຟື້ນຟູວິສາຫະກິດຄືນໃຫມ່ ຂຽນໂດຍ Super User 6836
ວິທີການສືບສວນ-ສອບສວນການກະທຳຜິດທາງພາສີ ຂຽນໂດຍ Super User 6784
ການລົງທຶນຢູ່ໃນ ສປປ ລາວ ຂຽນໂດຍ Super User 2566
ການບໍລິການປະຕູດຽວຂອງນັກລົງທຶນຢູ່ໃນ ສປປ ລາວ ຂຽນໂດຍ Super User 3158
ການແກ້ໄຂຂໍ້ຂັດແຍ່ງທາງດ້ານການຄ້າອາຊຽນ ຂຽນໂດຍ Super User 2892
ການຄ້າລະຫວ່າງ ສປປ ລາວ ກັບ ສປ ຈີນ ຂຽນໂດຍ Super User 2735
ການນຳເອົາສິນຄ້າ,ເຄື່ອງຂອງອອກຈາກສາງ ຫລື ດ່ານພາສີຊາຍແດນ ຂຽນໂດຍ Super User 7761
ການຄຸ້ມຄອງການນຳເຂົ້າ-ສົ່ງອອກສິນຄ້າ,ເຄື່ອງຂອງໃນ ສປປລາວ ຂຽນໂດຍ Super User 3452

ພະແນກຫໍສະໝຸດໄດ້ຈັດຝຶກອົບຮົມວຽກງານວິຊາການປະຈໍາປີ 2022

ໃນລະຫວ່າງວັນທີ 27-29  ກໍລະກົດ 2022 ນີ້ ພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມຝຶກອົບຮົມວຽກງານວິຊາການຫໍສະໝຸດປະຈໍາປີ 2022 ຫົວຂໍ້: “ການເສີມທັກສະວິທີການຄຸ້ມຄອງປື້ມ ແລະ ວາລະສານແບບດັ່ງເດີມ ແລະ ດີຈີຕ໌ອລ ເພື່ອບໍລິການໃນຍຸກເຕັກໂນໂລຊີ” ; ກອງປະຊຸມດັ່ງກ່າວໄດ້ຈັດຂື້ນທີ່ໂຮງແຮມທະວີສຸກ, ເມືອງວັງວຽງ, ແຂວງວຽງຈັນ, ໂດຍເປັນປະທານຂອງທ່ານ ອຈ.ປອ ສົມເດດ ແກ້ວວົງສັກ ຮອງຄະນະບໍດີ , ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ,ພະນັກງານຫໍສະໝຸດ ພ້ອມດ້ວຍບັນດາຄູອາຈານ  ຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ,ສະຖາບັນຍຸຕິທຳແຫ່ງຊາດ ,ມະຫາວິທະຍາໄລຈໍາປາສັກເຂົ້າຮ່ວມ.

 

       ການຈັດກອງປະຊຸມຝຶກອົບຮົມຄັ້ງນີ້ ມີທັງທິດສະດີ ແລະ ປະຕິບັດຕົວຈິງ ເພື່ອເຮັດໃຫ້ພະນັກງານຫໍສະໝຸດ ທັງສາມພາກສ່ວນໄດ້ເຂົ້າໃຈ ເລີກເຊີ່ງໃນການວິເຄາະໝວດໝູ່ປື້ມ,ທິດສະດີການຄຸ້ມຄອງ ປົກປັກຮັກສາ ຊັບພະຍາກອນ (ວາລະສານ/ໜັງສືພີມ),ວິທີການເຮັດບັນນານຸກົມ ແລະ ດັດສະນີວາລະສານ,ການຂຽນລາຍງານບັນນານຸກົມວາລະສານ,ວິທີການກຳນົດລະຫັດ ເພື່ອກຽມລົງລາຍການວາລະສານ ,ວິທີວິເຄາະບົດຄວາມວາລະສານ ເພື່ອກຽມລົງລາຍການດັດສະນີ,ໃນພາກປະຕິບັດຕົວຈິງ ໄດ້ລົງລາຍການວາລະສານໃນຖານຂໍ້ມູນ PMB, ໃຫ້ບັນລະຍາຍໃນຄັ້ງນີ້ ໂດຍ ທ່ານ ອຈ. ປທ ສີພາ ພົງສະຫັວດ ຮອງຫົວໜ້າຜູ້ອໍານວຍການຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ,ທ່ານ ອຈ. ປຕ ທອງວັນ ປັນຍາທອງ, ທ່ານ ອຈ. ປຕ ວຽງໄຊ ວົງໄຊ .

 

ໃນໂອກາດກອງປະຊຸມດັ່ງກ່າວ, ທ່ານ ອຈ.ປອ ສົມເດດ ແກ້ວວົງສັກ ຮອງຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ເຊີ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຝຶກອົບຮົມຄັ້ງນີ້, ພະນັກງານຫໍສະໝຸດຕ້ອງໄດ້ມີການພັດທະນາຕົນເອງຢ່າງຕໍ່ເນື່ອງ ແລະ ເປັນວຽກງານໜື່ງທີ່ໜັກ ທ່ານໄດ້ຮຽກຮ້ອງໃຫ້ ການນໍາຫໍສະໝຸດກາງໃຫ້ເອົາໃຈໃສ່, ອາດຈະພັກດັນ ມະຫາວິທະຍາໄລແຫ່ງຊາດຕື່ມ ເພາະຖ້າເພີ່ນໄດ້ພົບໄດ້ເຫັນວ່າ  ວຽກງານຫໍສະໝຸດ ສິ່ງທີ່ເຮົາເຮັດມີຄວາມລໍາບາກສຳໃດກ່ອນຈະໄດ້ປື້ມຫົວໜື່ງບໍລິການໃຫ້ແກ່ສັງຄົມ ຂະບວນການກ່ອນຈະໄປເຖີງຈຸດນັ້ນຂ້າພະເຈົ້າຄິດວ່າແຕ່ລະທ່ານເຮັດວຽກດ້ວຍຄວາມພະຍາຍາມທີ່ສຸດ.

 

ໂອກາດດັ່ງກ່າວ ທ່ານ ໄດ້ຂອບໃຈໂຄງການລາວ031ທີ່ໄດ້ອໍານວຍຄວາມສະດວກສະໜອງງົບປະມານໃນການຈັດກອງປະຊຸມຝຶກອົບຮົມຄັ້ງນີ້, ຂໍຂອບໃຈທີມງານຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ທີ່ໄດ້ມາຖ່າຍທອດຄວາມຮູ້ໃຫ້ສາມພາກສ່ວນຂອງພວກເຮົາ, ທ້າຍນີ້ຂ້າພະເຈົ້າຕ່າງໜ້າທ່ານຄະນະບໍດີ ຂ້າພະເຈົ້າຂໍອວຍພອນມາຍັງບັນດາທ່ານ ນັກວິທະຍາກອນ,ສໍາມະນາກອນທຸກທ່ານທີ່ເຂົ້າຮ່ວມກອງປະຊຸມຂອງພວກເຮົາມີແຕ່ຄວາມຜາສຸກ ສ່ວນຕົວ ແລະ ຄອບຄົວ,ຈະເລີນກ້າວໜ້າໃນໜ້າທີ່ການງານ,ອອຍພອນໃຫ້ບັນດາທ່ານເດີນທາງກັບບ້ານດ້ວຍຄວາມສະບັດດີພາບ.

ພະແນກຫໍສະໝຸດ (ຄນລ,ມຊ) ໄດ້ຕອນຮັບ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ)

ໃນຕອນເຊົ້າຂອງວັນທີ 29 ມີຖຸນາ 2022 ຫໍສະໝຸດ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ (ສມປຊ) ໄດ້ມາຢ້ຽມຢາມ ແລະ ທັດສະນະສຶກສາ ແລກປ່ຽນບົດຮຽນວຽກງານຫໍສະໝຸດ ທີ່ຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ນໍາພາໂດຍຄະນະສູນຂໍ້ມູນຂ່າວສານພ້ອມດ້ວຍພະນັກງານ,ຄູອາຈານຈໍານວນ 9 ທ່ານ ໂດຍການຕອນຮັບຂອງທ່ານ ປທ. ນ. ສີເມືອງ ສີວົງດາວ ຮອງຫົວໜ້າພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ (ຄນລ,ມຊ)ພ້ອມດ້ວຍພະນັກງານພາຍໃນຫໍສະໝຸດເຂົ້າຕອນຮັບຄັ້ງນີ້ ແລະ ທັງສອງພາກສ່ວນໄດ້ມີການນຳສະເໜີກ່ຽວກັບປະຫວັດຄວາມເປັນມາ,ການເຄື່ອນໄຫວວຽກງານຫໍສະໝຸດຂອງຕົນໃຫ້ກັນຊາບ.

          ຈຸດປະສົງການມາຢ້ຽມຢາມ, ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້:ເພື່ອຖອດຖອນບົດຮຽນບາງວຽກງານດັ່ງນີ້: ການຄຸ້ມຄອງ ແລະ ນໍາໃຊ້ໂປຣແກຣມ Dspace, ການເກັບຮັກສາຟາຍບົດປ້ອງກັນຈົບຊັ້ນ ແລະ ການໃຫ້ບໍລິການ, ການຄຸ້ມຄອງ ແລະ ພັດທະນາເວັບໄຊຂອງຫໍສະໝຸດຄະນະນິຕິສາດ ແລະ ລັດຖະສາດ, ວິທີການສົ່ງເສີມການອ່ານຂອງຫໍສະໝຸດຄະນະນິຕິສາດ ແລະ ລັດຖະສາດ.

f t g m

ລາຍຊື່ ພະນັກງານ ພະແນກຫໍສະໝຸດ

ສະຖິຕິຜູ້ເຂົ້າມາໃຊ້ບໍລິການຫໍສະໝຸດ