ປະຫວັດຂອງຫໍສະໝຸດ ຄນລ
- ລາຍລະອຽດ
-
ໝວດ: ປະຫວັດຂອງຫໍສະໝຸດ
-
ເຜີຍແຜ່ເມື່ອ ວັນຈັນ, 05 ເມສາ 2021 04:28
-
ຂຽນໂດຍ Super User
-
ກົດເບິ່ງ: 338
ໃນປີ 1986 ໂຮງຮຽນກົດໝາຍຊັ້ນກາງໄດ້ສ້າງຕັ້ງຂຶ້ນ ພາຍໃຕ້ການຊີ້ນຳຂອງກະຊວງຍຸຕິທຳ ແລະ ພ້ອມດຽວກັນນັ້ນຫ້ອງສະໝຸດກໍ່ໄດ້ເປີດຂຶ້ນເພື່ອໃຫ້ການບໍລິການແກ່ ຄູ-ອາຈານ ແລະ ນັກສຶກສາ, ໃນໄລຍະນັ້ນຫ້ອງສະໝຸດໄດ້ຕັ້ງຢູ່ຊັ້ນລຸ່ມຂອງອາຄານ B ຊຶ່ງປັດຈຸບັນແມ່ນຫ້ອງການໂຄງການລາວ/031 ປະຈຳຄະນະນິຕິສາດ ແລະ ລັດຖະສາດ, ໃນປີ 1994 ໂຮງຮຽນກົດໝາຍຊັ້ນກາງໄດ້ຍົກລະດັບເປັນໂຮງຮຽນກົດໝານຊັ້ນສູງໂດຍການຊີ້ນຳຂອງກະຊວງຍຸຕິທຳ, ຫ້ອງສະໝຸດກໍໄດ້ມີການພັດທະນາຂຶ້ນເປັນລຳດັບ. ປີ1997 ໂຮງຮຽນກົດໝາຍຊັ້ນສູງໄດ້ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ, ໂຮງຮຽນກົດໝາຍຊັ້ນສູງໄດ້ກາຍເປັນຄະນະນິຕິສາດ ແລະ ລັດຖະສາດ ແລະ ພ້ອມດຽວກັນນັ້ນ ຫໍສະໝຸດຂອງ ຄະນະນິຕິສາດ ແລະ ລັດຖະສາດ ໄດ້ມີການພັດທະນາຢ່າງໄວວາໂດຍການອຸປະຖຳຈາກໂຄງການຊ່ວຍເຫຼືອສາກົນ, ໄດ້ຍ້າຍຈາກຊັ້ນລຸ່ມຂື້ນມາຢູ່ຊັ້ນ 2 ຂອງອາຄານດຽວກັນແຕ່ມີພື້ນທີ່ກວ້າງກວ່າເກົ່າ ແລະ ມີປື້ມຕຳລາ,ວາລະສານ ແລະ ເອກະສານຕ່າງໆມີຈຳນວນເພີ້ມຂຶ້ນ, ຊຶ່ງໄດ້ມາຈາກຜົົນງານຂອງຄູ-ອາຈານ, ການອຸປະຖຳຈາກໂຄງການຊ່ວຍເຫຼື່ອຂອງສາກົນ ແລະ ພາກສ່ວນຕ່າງໆ, ປື້ມສ່ວນຫຼາຍແມ່ນກ່ຽວກັບກົດໝາຍຍຸຕິທຳ, ການປົກຄອງ, ການພົວພັນສາກົນ ແລະ ຂົງເຂດເສດຖະກິດ ທີ່ຕອບສະໜອງໃຫ້ແກ່ການຮຽນ-ການສອນ, ຄົ້ນຄ້ວາຂອງຄູ-ອາຈານ, ນັກສຶກສາ ແລະ ບຸກຄົນພາຍນອກທີ່ເຂົ້າມາຊົມໃຊ້.
ພະແນກຫໍສະໝຸດໄດ້ຈັດຝຶກອົບຮົມວຽກງານວິຊາການປະຈໍາປີ 2022

ໃນລະຫວ່າງວັນທີ 27-29 ກໍລະກົດ 2022 ນີ້ ພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມຝຶກອົບຮົມວຽກງານວິຊາການຫໍສະໝຸດປະຈໍາປີ 2022 ຫົວຂໍ້: “ການເສີມທັກສະວິທີການຄຸ້ມຄອງປື້ມ ແລະ ວາລະສານແບບດັ່ງເດີມ ແລະ ດີຈີຕ໌ອລ ເພື່ອບໍລິການໃນຍຸກເຕັກໂນໂລຊີ” ; ກອງປະຊຸມດັ່ງກ່າວໄດ້ຈັດຂື້ນທີ່ໂຮງແຮມທະວີສຸກ, ເມືອງວັງວຽງ, ແຂວງວຽງຈັນ, ໂດຍເປັນປະທານຂອງທ່ານ ອຈ.ປອ ສົມເດດ ແກ້ວວົງສັກ ຮອງຄະນະບໍດີ , ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ,ພະນັກງານຫໍສະໝຸດ ພ້ອມດ້ວຍບັນດາຄູອາຈານ ຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ,ສະຖາບັນຍຸຕິທຳແຫ່ງຊາດ ,ມະຫາວິທະຍາໄລຈໍາປາສັກເຂົ້າຮ່ວມ.
ການຈັດກອງປະຊຸມຝຶກອົບຮົມຄັ້ງນີ້ ມີທັງທິດສະດີ ແລະ ປະຕິບັດຕົວຈິງ ເພື່ອເຮັດໃຫ້ພະນັກງານຫໍສະໝຸດ ທັງສາມພາກສ່ວນໄດ້ເຂົ້າໃຈ ເລີກເຊີ່ງໃນການວິເຄາະໝວດໝູ່ປື້ມ,ທິດສະດີການຄຸ້ມຄອງ ປົກປັກຮັກສາ ຊັບພະຍາກອນ (ວາລະສານ/ໜັງສືພີມ),ວິທີການເຮັດບັນນານຸກົມ ແລະ ດັດສະນີວາລະສານ,ການຂຽນລາຍງານບັນນານຸກົມວາລະສານ,ວິທີການກຳນົດລະຫັດ ເພື່ອກຽມລົງລາຍການວາລະສານ ,ວິທີວິເຄາະບົດຄວາມວາລະສານ ເພື່ອກຽມລົງລາຍການດັດສະນີ,ໃນພາກປະຕິບັດຕົວຈິງ ໄດ້ລົງລາຍການວາລະສານໃນຖານຂໍ້ມູນ PMB, ໃຫ້ບັນລະຍາຍໃນຄັ້ງນີ້ ໂດຍ ທ່ານ ອຈ. ປທ ສີພາ ພົງສະຫັວດ ຮອງຫົວໜ້າຜູ້ອໍານວຍການຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ,ທ່ານ ອຈ. ປຕ ທອງວັນ ປັນຍາທອງ, ທ່ານ ອຈ. ປຕ ວຽງໄຊ ວົງໄຊ .
ໃນໂອກາດກອງປະຊຸມດັ່ງກ່າວ, ທ່ານ ອຈ.ປອ ສົມເດດ ແກ້ວວົງສັກ ຮອງຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ເຊີ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຝຶກອົບຮົມຄັ້ງນີ້, ພະນັກງານຫໍສະໝຸດຕ້ອງໄດ້ມີການພັດທະນາຕົນເອງຢ່າງຕໍ່ເນື່ອງ ແລະ ເປັນວຽກງານໜື່ງທີ່ໜັກ ທ່ານໄດ້ຮຽກຮ້ອງໃຫ້ ການນໍາຫໍສະໝຸດກາງໃຫ້ເອົາໃຈໃສ່, ອາດຈະພັກດັນ ມະຫາວິທະຍາໄລແຫ່ງຊາດຕື່ມ ເພາະຖ້າເພີ່ນໄດ້ພົບໄດ້ເຫັນວ່າ ວຽກງານຫໍສະໝຸດ ສິ່ງທີ່ເຮົາເຮັດມີຄວາມລໍາບາກສຳໃດກ່ອນຈະໄດ້ປື້ມຫົວໜື່ງບໍລິການໃຫ້ແກ່ສັງຄົມ ຂະບວນການກ່ອນຈະໄປເຖີງຈຸດນັ້ນຂ້າພະເຈົ້າຄິດວ່າແຕ່ລະທ່ານເຮັດວຽກດ້ວຍຄວາມພະຍາຍາມທີ່ສຸດ.
ໂອກາດດັ່ງກ່າວ ທ່ານ ໄດ້ຂອບໃຈໂຄງການລາວ031ທີ່ໄດ້ອໍານວຍຄວາມສະດວກສະໜອງງົບປະມານໃນການຈັດກອງປະຊຸມຝຶກອົບຮົມຄັ້ງນີ້, ຂໍຂອບໃຈທີມງານຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ທີ່ໄດ້ມາຖ່າຍທອດຄວາມຮູ້ໃຫ້ສາມພາກສ່ວນຂອງພວກເຮົາ, ທ້າຍນີ້ຂ້າພະເຈົ້າຕ່າງໜ້າທ່ານຄະນະບໍດີ ຂ້າພະເຈົ້າຂໍອວຍພອນມາຍັງບັນດາທ່ານ ນັກວິທະຍາກອນ,ສໍາມະນາກອນທຸກທ່ານທີ່ເຂົ້າຮ່ວມກອງປະຊຸມຂອງພວກເຮົາມີແຕ່ຄວາມຜາສຸກ ສ່ວນຕົວ ແລະ ຄອບຄົວ,ຈະເລີນກ້າວໜ້າໃນໜ້າທີ່ການງານ,ອອຍພອນໃຫ້ບັນດາທ່ານເດີນທາງກັບບ້ານດ້ວຍຄວາມສະບັດດີພາບ.
ພະແນກຫໍສະໝຸດ (ຄນລ,ມຊ) ໄດ້ຕອນຮັບ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ)

ໃນຕອນເຊົ້າຂອງວັນທີ 29 ມີຖຸນາ 2022 ຫໍສະໝຸດ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ (ສມປຊ) ໄດ້ມາຢ້ຽມຢາມ ແລະ ທັດສະນະສຶກສາ ແລກປ່ຽນບົດຮຽນວຽກງານຫໍສະໝຸດ ທີ່ຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ນໍາພາໂດຍຄະນະສູນຂໍ້ມູນຂ່າວສານພ້ອມດ້ວຍພະນັກງານ,ຄູອາຈານຈໍານວນ 9 ທ່ານ ໂດຍການຕອນຮັບຂອງທ່ານ ປທ. ນ. ສີເມືອງ ສີວົງດາວ ຮອງຫົວໜ້າພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ (ຄນລ,ມຊ)ພ້ອມດ້ວຍພະນັກງານພາຍໃນຫໍສະໝຸດເຂົ້າຕອນຮັບຄັ້ງນີ້ ແລະ ທັງສອງພາກສ່ວນໄດ້ມີການນຳສະເໜີກ່ຽວກັບປະຫວັດຄວາມເປັນມາ,ການເຄື່ອນໄຫວວຽກງານຫໍສະໝຸດຂອງຕົນໃຫ້ກັນຊາບ.
ຈຸດປະສົງການມາຢ້ຽມຢາມ, ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້:ເພື່ອຖອດຖອນບົດຮຽນບາງວຽກງານດັ່ງນີ້: ການຄຸ້ມຄອງ ແລະ ນໍາໃຊ້ໂປຣແກຣມ Dspace, ການເກັບຮັກສາຟາຍບົດປ້ອງກັນຈົບຊັ້ນ ແລະ ການໃຫ້ບໍລິການ, ການຄຸ້ມຄອງ ແລະ ພັດທະນາເວັບໄຊຂອງຫໍສະໝຸດຄະນະນິຕິສາດ ແລະ ລັດຖະສາດ, ວິທີການສົ່ງເສີມການອ່ານຂອງຫໍສະໝຸດຄະນະນິຕິສາດ ແລະ ລັດຖະສາດ.
