ພາກວິຊາພົວພັນສາກົນມອບປື້ມໃຫ້ຫໍສະໝຸດ

Category: ຂ່າວສານ
Published: Friday, 19 October 2018 03:41
Written by Super User
Hits: 39504

ພາກວິຊາພົວພັນສາກົນໄດ້ມອບປື້ມບົດໂຄງການຈົບຊັ້ນສົກສຶກສາ 2017-2018

ໃຫ້ພະແນກຫໍສະໝຸດ

ໃນຕອນເຊົ້າຂອງວັນທີ 10 /09/ 2018 ທີ່ຜ່ານມາ,ພາກວິຊາພົວພັນສາກົນເຊີ່ງເປັນພາກວິຊາສາຂາໜື່ງຂອງຄະນະນິຕິສາດ ແລະ ລັດຖະສາດໄດ້ມອບປື້ມບົດໂຄງການຈົບຊັ້ນຂອງພາກວິຊາໃຫ້ພະແນກຫໍສະໝຸດ,ເຊີ່ງການມອບຄັ້ງນີ້ຕ່າງໜ້າພາກວິຊາ ແມ່ນ ປທ ປາງທອງ,ປທ ຄອນສະຫວັນ,ປທ ອາລຸນາ ແລະ ຝ່າຍຮັບແມ່ນ ປທ ພອນໄຊ ປະພັດສະລາງ,ເຊີ່ງເປັນຫົວໜ້າພະແນກຫໍສະໝຸດ ພ້ອມດ້ວຍພະນັກງານ ປທ ສີເມືອງ ສີວົງດາວ ,ເຊີ່ງເປັນພັນທະຂອງແຕ່ລະພາກວິຊາ ແລະ ເພື່ອເປັນແຫລ່ງຂໍ້ມູນໃຫ້ນັກສຶກສາ,ສາມາດມາຄົ້ນຄ້ວາໄດ້.