ພະແນກຫໍສະໝຸດໄດ້ຮັບ ບົດໂຄງການຈົບຊັ້ນ,ບົດວິທະຍານິພົນ ແລະ ປື້ມກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ

ໝວດ: ຂ່າວສານ
ເຜີຍແຜ່ເມື່ອ ວັນສຸກ, 02 ເມສາ 2021 03:11
ຂຽນໂດຍ Super User
ກົດເບິ່ງ: 16371

ໃນອາທິດທີ່ຜ່ານມາພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ປື້ມ ບົດໂຄງການຈົບຊັ້ນ,ບົດວິທະຍານິພົນ ແລະ ໄດ້ຮັບປື້ມກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ 2019 ເຊີງມີລາຍລະອຽດລຸ່ມນີ້ :

ທ່ານ ປທ ສົມມະນີ ວົງຄໍາພາ ຮອງຫົວໜ້າພາກວິຊາລັດຖະສາດ ໄດ້ມອບປື້ມກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ 2019 ເຂົ້າຫໍສະໝຸດ ຈໍາ ນວນ 45 ເຫລັ້ມ ຮັບເອົາປື້ມດັ່ງກ່າວ ແມ່ນທ່ານ ເຂິງຄໍາ ສີຫາລາດ ຫົວໜ້າພະແນກຫໍສະໝຸດ ພ້ອມດ້ວຍ ທ່ານ ປທ ສີເມືອງ ສີວົງດາວ ຮອງຫົວໜ້າພະແນກຫໍສະໝຸດໃນການຮັບເອົາປື້ມກົດໝາຍວ່າດ້ວຍທີ່ດິນ.

ທ່ານ ປອ ບຸນຍະເດດ ດາວປະສິດ ຮອງຫົວໜ້າພາກວິຊາກົດໝາຍແພ່ງ ໄດ້ມອບບົດໂຄງການຈົບຊັ້ນຂອງພາກວິຊາ ຈໍານວນ 7 ເຫລັ້ມ ເຂົ້າຫໍສະໝຸດ, ຮັບເອົາປື້ມດັ່ງກ່າວ ແມ່ນ ທ່ານ ປທ ສີເມືອງ ສີວົງດາວ ຮອງຫົວໜ້າພະແນກຫໍສະໝຸດ.

ທ່ານ ປທ ສຸບິນ ແສງສະຫວ່າງ ຮອງຫົວໜ້າພະແນກການສຶກສາຫລັງປະລິນຍາຕີ ໄດ້ມອບບົດວິທະຍານິພົນຈໍານວນ 23 ເຫລັ້ມ ເຂົ້າຫໍສະໝຸດ,ຮັບເອົາປື້ມດັ່ງກ່າວ ແມ່ນ ທ່ານ ປທ ສີເມືອງ ສີວົງດາວ ຮອງຫົວໜ້າພະແນກຫໍສະໝຸດ ແລະ ມີບັນດາ ຮອງຫົວໜ້າພະແນກຫໍສະໝຸດ,ພະນັກງານຫໍສະໝຸດເຂົ້າຮ່ວມດ້ວຍ.