ພາກວິຊາກົດໝາຍແພ່ງໄດ້ມອບປື້ມໃຫ້ພະແນກຫໍສະໝຸດ

ໝວດ: ຂ່າວສານ
ເຜີຍແຜ່ເມື່ອ ວັນສຸກ, 19 ຕຸລາ 2018 09:18
ຂຽນໂດຍ Super User
ກົດເບິ່ງ: 35528

ພາກວິຊາກົດໝາຍແພ່ງໄດ້ມອບປື້ມບົດໂຄງການຈົບຊັ້ນສົກສຶກສາ 2017-2018

ໃຫ້ພະແນກຫໍສະໝຸດ

ໃນຕອນເຊົ້າຂອງວັນທີ 10 /09/ 2018 ທີ່ຜ່ານມາ,ພາກວິຊາກົດໝາຍແພ່ງເຊີ່ງເປັນພາກວິຊາສາຂາໜື່ງຂອງຄະນະນິຕິສາດ ແລະ ລັດຖະສາດໄດ້ມອບປື້ມບົດໂຄງການຈົບຊັ້ນຂອງພາກວິຊາໃຫ້ພະແນກຫໍສະໝຸດ,ເຊີ່ງການມອບຄັ້ງນີ້ຕ່າງໜ້າພາກວິຊາ ແມ່ນ ປທ ພອນວິໄລ ສຸລິຍະແສງ ແລະ ຝ່າຍຮັບແມ່ນ ປທ ພອນໄຊ ປະພັດສະລາງ,ເຊີ່ງເປັນຫົວໜ້າພະແນກຫໍສະໝຸດ ພ້ອມດ້ວຍພະນັກງານ ປທ ສີເມືອງ ສີວົງດາວ ,ທ່ານ ນາງ ພອນແກ້ວ ສີຫາ ເຊີ່ງເປັນພັນທະຂອງແຕ່ລະພາກວິຊາ ແລະ ເພື່ອເປັນແຫລ່ງຂໍ້ມູນໃຫ້ນັກສຶກສາ,ສາມາດມາຄົ້ນຄ້ວາໄດ້.