Copyright 2021 - Custom text here

ພາກວິຊາກົດໝາຍທຸລະກິດໄດ້ມອບປື້ມບົດໂຄງການຈົບຊັ້ນໃຫ້ພະແນກຫໍສະໝຸດ

ພາກວິຊາກົດໝາຍທຸລະກິດໄດ້ມອບປື້ມບົດໂຄງການຈົບຊັ້ນສົກສຶກສາ 2017-2018

ໃຫ້ພະແນກຫໍສະໝຸດ

ໃນຕອນເຊົ້າຂອງວັນທີ 10 /09/ 2018 ທີ່ຜ່ານມາ,ພາກວິຊາກົດໝາຍທຸລະກິດເຊີ່ງເປັນພາກວິຊາສາຂາໜື່ງຂອງຄະນະນິຕິສາດ ແລະ ລັດຖະສາດໄດ້ມອບປື້ມບົດໂຄງການຈົບຊັ້ນຂອງພາກວິຊາໃຫ້ພະແນກຫໍສະໝຸດ,ເຊີ່ງການມອບຄັ້ງນີ້ຕ່າງໜ້າພາກວິຊາ ແມ່ນ ຮສ,ປທ ໄພມະນີ ຄຳວົງສາ ຫົວໜ້າພາກວິຊາກົດໝາຍທຸລະກິດ,ປທ ເລັ່ງສັກ ບຸດທະລາດ ຮອງຫົວໜ້າພາກວິຊາກົດໝາຍທຸລະກິດ,ປທ ຄຳເສັ່ງ ປັດສີມມະວົງ ,ປຕ ບົງສະຫວັນ,ປທ ຍອດຊາຍ ດາລາສັກ ແລະ ຝ່າຍຮັບແມ່ນ ປທ ພອນໄຊ ປະພັດສະລາງ,ເຊີ່ງເປັນຫົວໜ້າພະແນກຫໍສະໝຸດ,ປຕ ວັນເຄນ ພົມມະໄຂ ຮອງຫົວໜ້າພະແນກຫໍສະໝຸດ, ພ້ອມດ້ວຍພະນັກງານ ປທ ສີເມືອງ ສີວົງດາວ ເຊີ່ງເປັນພັນທະຂອງແຕ່ລະພາກວິຊາ ແລະ ເພື່ອເປັນແຫລ່ງຂໍ້ມູນໃຫ້ນັກສຶກສາ,ສາມາດມາຄົ້ນຄ້ວາໄດ້.


 

ພະແນກຫໍສະໝຸດໄດ້ຮັບ ບົດໂຄງການຈົບຊັ້ນ,ບົດວິທະຍານິພົນ ແລະ ປື້ມກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ

ໃນອາທິດທີ່ຜ່ານມາພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ປື້ມ ບົດໂຄງການຈົບຊັ້ນ,ບົດວິທະຍານິພົນ ແລະ ໄດ້ຮັບປື້ມກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ 2019 ເຊີງມີລາຍລະອຽດລຸ່ມນີ້ :

ທ່ານ ປທ ສົມມະນີ ວົງຄໍາພາ ຮອງຫົວໜ້າພາກວິຊາລັດຖະສາດ ໄດ້ມອບປື້ມກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ 2019 ເຂົ້າຫໍສະໝຸດ ຈໍາ ນວນ 45 ເຫລັ້ມ ຮັບເອົາປື້ມດັ່ງກ່າວ ແມ່ນທ່ານ ເຂິງຄໍາ ສີຫາລາດ ຫົວໜ້າພະແນກຫໍສະໝຸດ ພ້ອມດ້ວຍ ທ່ານ ປທ ສີເມືອງ ສີວົງດາວ ຮອງຫົວໜ້າພະແນກຫໍສະໝຸດໃນການຮັບເອົາປື້ມກົດໝາຍວ່າດ້ວຍທີ່ດິນ.

ທ່ານ ປອ ບຸນຍະເດດ ດາວປະສິດ ຮອງຫົວໜ້າພາກວິຊາກົດໝາຍແພ່ງ ໄດ້ມອບບົດໂຄງການຈົບຊັ້ນຂອງພາກວິຊາ ຈໍານວນ 7 ເຫລັ້ມ ເຂົ້າຫໍສະໝຸດ, ຮັບເອົາປື້ມດັ່ງກ່າວ ແມ່ນ ທ່ານ ປທ ສີເມືອງ ສີວົງດາວ ຮອງຫົວໜ້າພະແນກຫໍສະໝຸດ.

ທ່ານ ປທ ສຸບິນ ແສງສະຫວ່າງ ຮອງຫົວໜ້າພະແນກການສຶກສາຫລັງປະລິນຍາຕີ ໄດ້ມອບບົດວິທະຍານິພົນຈໍານວນ 23 ເຫລັ້ມ ເຂົ້າຫໍສະໝຸດ,ຮັບເອົາປື້ມດັ່ງກ່າວ ແມ່ນ ທ່ານ ປທ ສີເມືອງ ສີວົງດາວ ຮອງຫົວໜ້າພະແນກຫໍສະໝຸດ ແລະ ມີບັນດາ ຮອງຫົວໜ້າພະແນກຫໍສະໝຸດ,ພະນັກງານຫໍສະໝຸດເຂົ້າຮ່ວມດ້ວຍ.

 

ພະແນກຫໍສະໝຸດ ຄນລ ຕ້ອນຮັບ ນັກສຶກສາທີ່ມາທັດສະນະສຶກສາ

ຕ່ອນບ່າຍວັນທີ 26  ທັນວາ ປີ 2019 ພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ຕ້ອນຮັບຄູອາຈານ ແລະ ນັກສຶກສາ ຈາກ  ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງທີ່ມາທັດສະນະສຶກສາທີ່ ຫໍສະໝຸດ ຄະນະນິຕິສາດ ແລະ ,ໃນການຕ້ອນຮັບຄັ້ງນີ້  ໂດຍ ທ່ານ ປທ ພອນໄຊ ປະພັດສະລາງ ຫົວໜ້າພະແນກຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ,ທ່ານ ປຕ ວັນເຄນ ພົມມະໄຂ ຮອງຫົວໜ້າພະແນກຫໍສະໝຸດ ພ້ອມ ດ້ວຍພະນັກງານພະແນກຫໍສະໝຸດທຸກທ່ານ,ຈຳນວນຜູ້ເຂົ້າຮ່ວມທັດສະນະຄັ້ງນີ້ 52 ທ່ານ


 

f t g m

ລາຍຊື່ ພະນັກງານ ພະແນກຫໍສະໝຸດ

ສະຖິຕິຜູ້ເຂົ້າມາໃຊ້ບໍລິການຫໍສະໝຸດ